ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງໄປຮອດສິງຄະໂປ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງໄປຮອດສິງຄະໂປ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເຂົ້າຮ່ວມ​
ການ​​ໂອ້​ລົມ​ສົນທະນາກັບ​ບັນດາ​ວິ​ສາ​ຫະກິດ​ແຖງ​ໜ້າ​ຂອງ​ສິງ​ຄະ​ໂປ)


(vovworld) - ຕອນ​ບ່າຍ​ວັນ​ທີ 8/8, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ໄປ​ຮອດ​ສິງ​ຄະ​ໂປ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ເອກະລາດ. ຕອນ​ເຊົ້າ​ວັນ​ທີ 9/8, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເຂົ້າຮ່ວມ​ການ​​ໂອ້​ລົມ​ສົນທະນາກັບ​ບັນດາ​ວິ​ສາ​ຫະກິດ​ແຖວ​ໜ້າ​ຂອງ​ສິງ​ຄະ​ໂປ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສິງ​ຄະ​ໂປ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ… ທ່ານ​ກໍ່​ໃຫ້​ຮູ້​ວ່າ, ລັດຖະບານ​ຫວຽດນາມ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ສິງ​ຄະ​ໂປ​ ມາ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ, ການ​ຄ້າ, ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດ​ທິຜົນ, ຍາວ​ນານ​ຢູ່​ຫວຽດນາມ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ຂົງ​ເຂດ​ຮ່ວມ​ມື​ລະອຽດ ​ເຊິ່ງບັນດາ​ນັກ​ລົງທຶນ​ສິງ​ຄະ​ໂປ ຍົກ​ອອກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງຕີ​ລາຄາ​ສູງ​ຄວາມ​ປາຖະໜາ​ຢາກ​ຊອກ​ຫາ​ກາລະ​ໂອກາດ, ຫຼື​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ສິງ​ຄະ​ໂປ​ ​ເຂົ້າ​ຫວຽດນາມ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: Logistic, ອະສັງ​ຫະລິ​ມາ​ຊັບ, ການ​ບໍລິການ​ພັດ​ຕະຄານ…ລັດຖະບານ​ສອງ​ປະ​ເທດ​ໄດ້ ​ແລະ ພວມ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເພື່ອ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເຫຼົ່າ​ນັ້ນ. ລັດຖະບານ​ຫວຽດນາມ, ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ຈະ​ພິຈາລະນາ, ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ຢ່າງ​ລະອຽດ​ຂອງບັນດາ​ດານັກ​ລົງທຶນ​ສິງ​ຄະ​ໂປ ​ເຊິ່ງ​ໄດ້​ເຕື້ອງ​ເຖິງ​ໃນ​ການ​ໂອ້​ລົມ​ສົນທະນາ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ