ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫຼີ​ຊຽນ: ຈີນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ອົດ​ສະ​ຕາ​ລີ

(VOVWORLD) -  ຕອນບ່າຍວັນທີ 15 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ  ໄດ້ເດີນທາງໄປຍັງນະຄອນ Adelaide, ເມືອງເອກລັດ ອົດສະຕາລີ ໃຕ້. ນີ້ແມ່ນສະຖານທີ່ເຄື່ອນໄຫວທຳອິດໃນການເດີນທາງໄປປະຕິບັດງານຢູ່ ອົດສະຕາລີ ໃນເວລາ 4 ວັນ.
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫຼີ​ຊຽນ: ຈີນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ອົດ​ສະ​ຕາ​ລີ - ảnh 1ການນຳ ອົດສະຕາລີ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຢູ່ ສະໜາມບິນ (ພາບ: Getty Images)

ໃນວັນດຽວກັນ, ສະຖານທູດ ຈີນ ປະຈຳ ອົດສະຕາລີ ໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຈີນ ຢັ້ງຢືນວ່າ ອົດສະຕາລີ ມີ “ທີ່ຕັ້ງພິເສດ, ເຊື່ອມຕໍ່ຕາເວັນຕົກ ກັບ ຕາເວັນອອກ” ແມ່ນປັດໄຈສຳຄັນຂອງພື້ນຖານເສດຖະກິດທົ່ວໂລກ  ແລະ ໂລກຫຼາຍຂົ້ວ”. ທ່ານນາຍົກລັດຖະມົນຕີ ຫຼີຊຽນ ຊີ້ແຈ້ງວ່າ ປັກກິ່ງ ຢາກເຮັດໃຫ້ການພົວພັນຮ່ວມມືກັບ Canberra ມີສີສັນໃໝ່ ແລະ “ພ້ອມແລ້ວທີ່ຈະຮ່ວມມືກັບ ອົດສະຕະລີ”; ພ້ອມທັງຢັ້ງຢືນວ່າ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຕີບໃຫຍ່, ມີສະຖຽນລະພາບ ແລະ ມີປະສິດທິຜົນກວ່າ ຈະແມ່ນຊັບສົມບັດລວມຂອງທັງສອງປະເທດ”.

        ໃນຂອບເຂດການຢ້ຽມຢາມ, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫຼີຊຽນ ແລະ ຄູ່ຕຳແໜ່ງ ອົດສະຕາລີ, Anthony Albanese ຈະເປັນປະທານຮ່ວມກອງປະຊຸມການນຳປະຈຳປີ ຈີນ  - ອົດສະຕາລີ ຄັ້ງທີ 9 ແລະ ພ້ອມກັນເຂົ້າຮ່ວມກອງປະຊຸມໂຕະມົນ CEO ຈີນ - ອົດສະຕາລີ.

ຫວຽດງາ - ນັກຂ່າວ VOV  ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ