ທ່ານນາຍົກລັດຖະມົນຕີ ຫວຽດນາມ ຍົກອອກ 5 ປັດໄຈພື້ນຖານເພື່ອນຳການພົວພັນດ້ານການຄ້າ, ການລົງທຶນ ຫວຽດນາມ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່

(VOVWORLD) - 2 ປະເທດມີ 5 ປັດໄຈພື້ນຖານສຳຄັນເພື່ອໃຫ້ບັນດາວິສາຫະກິດຂອງ 2 ປະເທດສືບຕໍ່ຮ່ວມມືບັນລຸຜົນສຳເລັດ, ມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຍົກອອກ 5 ປັດໄຈພື້ນຖານເພື່ອນຳການພົວພັນດ້ານການຄ້າ, ການລົງທຶນ ຫວຽດນາມ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: TTXVN)

        ຕອນບ່າຍວັນທີ 31 ກໍລະກົດ, ໃນລາຍການຢ້ຽມຢາມທາງລັດຖະກິດ ອິນເດຍ, ຢູ່ນະຄອນຫຼວງ ນິວເດລີ, ອິນເດຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, 2 ປະເທດມີ 5 ປັດໄຈພື້ນຖານສຳຄັນເພື່ອໃຫ້ບັນດາວິສາຫະກິດຂອງ 2 ປະເທດສືບຕໍ່ຮ່ວມມືບັນລຸຜົນສຳເລັດ, ມີປະສິດທິຜົນ, ລວມມີ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ; ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ; ຕະຫຼາດເປີດກວ້າງ; ມີຈຸດວັດທະນະທຳ, ສີວິໄລທີ່ຄ້າຍຄືກັນ; ມີແນວຄິດ, ຄວາມເຂົ້າໃຈເຊິ່ງກັນແລະກັນ; ພ້ອມກັນມີຄາດຫວັງສ້າງສາປະເທດຊາດໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ. ບົນພື້ນຖານ 5 ປັດໄຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ສົ່ງເສີມບັນດາວິສາຫະກິດຂອງ ອິນເດຍ ເປີດກວ້າງການຮ່ວມມືລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດເຊິ່ງ ອິນເດຍ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການດຶງດູດ ແລະ ໃຫ້ບຸລິມະສິດສູງ, ຄື: ເຕັກໂນໂລຊີສູງ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ກະສິກຳເຕັກໂນໂລຊີສູງ…

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສືບຕໍ່ໜູນຊ່ວຍ, ຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ຜັນຂະຫຍາຍບັນດາມາດຕະການຢ່າງປະສິດທິຜົນ ເພື່ອປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 20 ຕື້ USD ໃນໄລຍະຈະມາເຖິງ.

        ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ແລະ ບັນດາຜູ້ແທນໄດ້ເປັນສັກຂີພິຍານພິທີມອບ - ຮັບບົດບັນທຶກຊ່ວຍຈຳ ຈຳນວນໜຶ່ງລະຫວ່າງວິສາຫະກິດຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ