ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດ, ການຄ້າສາກົນ ການາດາ ແລະ ເອກອັກຄະລັດຖະທູດ ໄທ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຄົ້ນຄວ້າ ສ້າງກົນໄກຮ່ວມມືໃໝ່ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດການຄ້າ, ການລົງທຶນ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພະລັງງານ, ການສຶກສາບຳລຸງສ້າງ…
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດ, ການຄ້າສາກົນ ການາດາ ແລະ ເອກອັກຄະລັດຖະທູດ ໄທ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ຕ້ອນຮັບທ່ານນາງ Mary Ng, ລັດຖະມົນຕີກະຊວງເສດຖະກິດ, ການຄ້າສາກົນ ແລະ ການສົ່ງເສີມການສົ່ງອອກ ການາດາ
(ພາບ: TTXVN)

        ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Mary Ng, ລັດຖະມົນຕີກະຊວງເສດຖະກິດ, ການຄ້າສາກົນ ແລະ ການສົ່ງເສີມການສົ່ງອອກ ການາດາ ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ໂດຍເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນຂອງການຮ່ວມມືພັດທະນາລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຄົ້ນຄວ້າ ສ້າງກົນໄກຮ່ວມມືໃໝ່ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດການຄ້າ, ການລົງທຶນ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພະລັງງານ, ການສຶກສາບຳລຸງສ້າງ…

        ໂດຍເຫັນດີຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານນາງ Mary Ng ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່; ທ່ານນາງປາດຖະໜາວ່າ ຫວຽດນາມ ຈະພ້ອມກັບ ການາດາ ຊຸກຍູ້ການເຈລະຈາສັນຍາການຄ້າເສລີ ອາຊຽນ - ການາດາ ແລະ ສະໜັບສະໜູນ ການາດາ ໃນບົດບາດປະທານໝູນວຽນສັນຍາຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃນປີ 2024 ນີ້.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ນິກອນເດດ ພະລາງກຸນ ເຂົ້າຢ້ຽມອຳລາ, ໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ