ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບຄະນະຜູ້ຕາງໜ້າຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ

(VOVWORLD) -  ດັ່ງນັ້ນ, ພັກ, ລັດ ຍາມໃດກໍ່ບຸລິມະສິດສ້າງບັນດາລະບອບ, ນະໂຍບາຍ, ຈັດຕັ້ງປະຕິບັດບັນດານະໂຍບາຍໃຫ້ລະອຽດລະອໍ, ຄົບຖ້ວນ, ປະກອບສ່ວນທົດແທນບັນດາຄວາມສູນເສຍ, ການເສຍສະຫຼະຊີວິດຂອງບັນດານັກວິລະຊົນ, ນັກຮົບເສຍຊະນະຊີວິດເພື່ອຊາດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບຄະນະຜູ້ຕາງໜ້າຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ:Vũ Khuyên/VOV)

ຕອນເຊົ້າວັນທີ 6 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຄະນະຜູ້ຕາງໜ້າຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ປະເທດຊາດຕ້ອງຜ່ານຜ່າໄລຍະຕໍ່ສູ້ຍາດເອົາເອກະລາດ, ອະທິປະໄຕຢ່າງຍາວນານ ແລະ ໃນວິວັດການນັ້ນ, ມີຫຼາຍຄົນໄດ້ເສຍສະຫຼະຊີວິດເພື່ອຊາດ, ມີຫຼາຍຄົນໄດ້ກັບເມືອບ້ານເກີດເມືອງນອນແຕ່ພິການ, ໃນຕົວຍັງມີບາດແຜຈາກສົງຄາມ. ດັ່ງນັ້ນ, ພັກ, ລັດ ຍາມໃດກໍ່ບຸລິມະສິດສ້າງບັນດາລະບອບ, ນະໂຍບາຍ, ຈັດຕັ້ງປະຕິບັດບັນດານະໂຍບາຍໃຫ້ລະອຽດລະອໍ, ຄົບຖ້ວນ, ປະກອບສ່ວນທົດແທນບັນດາຄວາມສູນເສຍ, ການເສຍສະຫຼະຊີວິດຂອງບັນດານັກວິລະຊົນ, ນັກຮົບເສຍຊະນະຊີວິດເພື່ອຊາດ, ທະຫານເຈັບປ່ວຍ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດສ່ວນໃດສ່ວນໜຶ່ງ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ດ້ວຍຄວາມເອົາໃຈໃສ່ຂອງພັກ, ລັດ, ຕໍ່ຊີວິດຂອງຜູ້ມີຄຸນງາມຄວາມດີ ແລະ ຄອບຄົວຜູ້ມີຄຸນງາມຄວາມດີໃນການປະຕິວັດກໍ່ໄດ້ປັບປຸງດ້ານວັດຖຸ ແລະ ຈິດໃຈຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ