ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ

(VOVWORLD) -ວັນທີ 23 ພະຈິກ, ໃນການຢ້ຽມຢາມ ຍີ່ປຸ່ນ ຢ່່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕ່າງໜ້າປັນຍາຊົນ, ນັກວິທະຍາສາດ ຫວຽດນາມ ກຳລັງດຳລົງຊີວິດ ແລະ ເຮັດວຽກຢູ່ ຍີ່ປຸ່ນ.
ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້ານມິງຈິງ ພົບປະກັບຜູ້ຕາງໜ້າປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ

ກ່າວຄຳເຫັນຢູ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງໃຫ້ເຫັນມິຄວາມປາດຖະໜາຢາກໃຫ້ປັນຍາຊົນ, ນັກວິທະຍາສາດ ຫວຽດນາມ ຢູ່ ຍີ່ປຸ່ນ ສືບຕໍ່ມານະພະຍາຍາມຄົ້ນຄວ້າ, ບັນລຸຫຼາຍຜົນງານຫຼາຍທີ່ພົ້ນເດັ່ນກວ່ານີ້ອີກ, ໜູນໃຊ້ການຮ່ວມສຳພັນກັບເຄືອຂ່າຍບັນດານັກວິທະຍາສາດ, ອົງການຈັດຕັ້ງວິທະຍາສາດໃນໂລກ, ນຳພູມປັນຍາ, ຄວາມສຸດອົກສຸດໃຈຂອງຕົນປະກອບສ່ວນໃຫ້ປະເທດຊາດ ແລະ ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີມອບໝາຍໃຫ້ອົງການຮັບຜິດຊອບຮວບຮ່ວມບັນດາຄຳເຫັນ, ຂໍ້ສະເໜີແນະ, ໃນການພົບປະ ແລະ ໃຫ້ຮູ້ວ່າຈະມີບັນດາກົນໄກການເຮັດວຽກສະເພາະກັບນັກວິທະຍາສາດ, ປັນຍາຊົນໃນແຕ່ລະກຸ່ມບັນຫາດ້ວຍຫຼາຍຮູບການແຕກຕ່າງກັນ, ໃນນັ້ນມີຮູບການທາງໄກເພື່ອເສີມຂະຫຍາຍປະສິດທິຜົນຢ່າງສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ