ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິງຈິງ ເຂົ້າຮ່ວມພິທີໄຂງານວາງສະແດງພາບຖ່າຍກ່ຽວກັບປະທານ ໂຮ່ຈີມິນ ຢູ່ ບຣາຊິນ

(VOVWORLD) - ງານວາງສະແດງໄດ້ວາງສະແດງພາບຖ່າຍ ແລະ ເອກະສານເກືອບ 200 ຢ່າງ, ກ່ຽວກັບຜູ້ນຳຂອງປະຊາຊົນ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິງຈິງ ເຂົ້າຮ່ວມພິທີໄຂງານວາງສະແດງພາບຖ່າຍກ່ຽວກັບປະທານ ໂຮ່ຈີມິນ ຢູ່ ບຣາຊິນ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີໄຂງານວາງສະແດງ)

          ຕອນຄ່ຳວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Brasilia, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງກ່ຽວກັບປະທານ ໂຮ່ຈິນິນ, ປະເທດຊາດ, ຊາວ ຫວຽດນາມ ແລະ ເຂົ້າຮ່ວມງານພົບປະແລກປ່ຽນວັດທະນະທຳສິລະປະ ດ້ວຍຫົວຂໍ້ “ຫວຽດນາມ - ຫຼາກຫຼາຍສີສັນ”.

          ງານວາງສະແດງໄດ້ວາງສະແດງພາບຖ່າຍ ແລະ ເອກະສານເກືອບ 200 ຢ່າງ, ກ່ຽວກັບຜູ້ນຳຂອງປະຊາຊົນ ຫວຽດນາມ, ຜ່ານບັນດາເຂດວາງສະແດງຄື: ບ້ານເກີດເມືອງນອນ, ຄອບຄົວ ແລະ ຊຸມປີຄາວໄວໜຸ່ມຂອງປະທານ ໂຮ່ຈິມິນ; ປະທານ ໂຮ່ຈີມິນ ໃນຊີວິດປະຈໍາວັນ; ໂຮ່ຈີມິນ -  ສັນຍາລັກຂອງນ້ຳໃຈມິດຕະພາບທົ່ວໂລກ... ໃນຂະນະນັ້ນ, ລາຍການສະແດງສິລະປະ “ຫວຽດນາມ - ຫຼາກຫຼາຍສີສັນ” ກໍ່ໄດ້ແນະນຳບັນດາວາດຟ້ອນ, ຂັບຮ້ອງເພງພື້ນເມືອງ, ສົມທົບກັບສີສັນຂອງຊຸດເສື້ອຍາວ, ເຊີດຊູຄວາມສະຫງ່າງາມຂອງແມ່ຍິງ ຫວຽດນາມ.

          ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຂຶ້ນເຮືອບິນ ແລະ ເດີນທາງອອກຈາກນະຄອນຫຼວງ Brasilia ກັບຄືນເມືອ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ