ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ຄວນ​ມີ​ມະ​ຕິ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​​ຄ້າງ​ຄາ​ໃນ​ວຽກ​ງານ​ວາງ​ແຜນ​ກຳ​ນົດ

(VOVWORLD) -       ຕອນເຊົ້າວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນກຳນົດນັບແຕ່ເມື່ອ ກົດໝາຍວ່າດ້ວຍການວາງແຜນກຳນົດມີຜົນສັກສິດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ຄວນ​ມີ​ມະ​ຕິ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​​ຄ້າງ​ຄາ​ໃນ​ວຽກ​ງານ​ວາງ​ແຜນ​ກຳ​ນົດ - ảnh 1ກອງປະຊຸມລັດຖະບານຫົວເລື່ອງສະເພາະ

 ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ວຽກງານວາງແຜນກຳນົດແມ່ນມີຄວາມສຳຄັນຍິ່ງຕໍ່ການພັດທະນາເສດຖະກິດ - ສັງຄົມ, ພັກ, ລັດ ຫວຽດນາມ ເອົາໃຈໃສ່ຊີ້ນຳປະຕິບັດໃນຂອບເຂດທົ່ວປະເທດ. ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການວາງແຜນກຳນົດ, ກຳນົດກ່ຽວກັບການສ້າງ, ໃຫ້ສັດຕະຍາບັນ, ປະກາດ, ດັດປັບແຜນກຳນົດໃນລະບົບແຜນຜັງແຫ່ງຊາດ, ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2019. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເຮັດບົດລາຍງານໃບສະເໜີໃຫ້ສົມບູນແບບ, ເພື່ອສະເໜີຕໍ່ສະພາແຫ່ງຊາດປະກາດໃຊ້ມະຕິຕາມຂັ້ນຕອນ, ລະບຽບການກະທັດລັດໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄ້າງຄາໃນວຽກງານວາງແຜນກຳນົດ, ບົນເນື້ອໃນຈິດໃຈເພີ່ມທະວີຄວາມຮັບຜິດຊອບໃນທຸກຂັ້ນ ແລະ ຫັນຄວາມຮັບຜິດຊອບເປັນລະອຽດ. ໃນນັ້ນ ແບ່ງກຳນົດຢ່າງຈະແຈ້ງສຳນັກງານ, ອົງການໃດທີ່ມີສິດອຳນາດໃນການອະນຸມັດຜ່ານ, ກວດກາຢັ້ງຢືນ ແລະ ສ້າງແຜນກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ