ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​​ທ່​ານ ນິ​ກອນ​ເດດ ພະ​ລາງ​ກູນ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ

(VOVWORLD) -     ຕອນບ່າຍວັນທີ 31 ມີນາ 2022, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ນິກອນເດດ ພະລາງກູນ ເນື່ອງໃນໂອກາດເຂົ້າຢ້ຽມຂ່ຳນັບ.
ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​​ທ່​ານ ນິ​ກອນ​ເດດ ພະ​ລາງ​ກູນ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ນິກອນເດດ ພະລາງກູນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ (ພາບ: VTV)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໄລຍະຜ່ານມາ ທີ່ພັດທະນາຢ່າງດີງາມທີ່ສຸດ, ເຂົ້າສູ່ລວງເລິກໃນທຸກຂົງເຂດ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ສອງປະເທດ ຫວຽດນາມ - ໄທ ຕ້ອງສືບຕໍ່ເພີ່ມທະວີການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃຫ້ຫຼາຍກວ່າອີກ, ໃນນັ້ນ ມີການຜັນຂະຫຍາຍປະສິດທິຜົນການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ບັນດາກົນໄກຮ່ວມມືສອງຝ່າຍ, ພິເສດແມ່ນກົນໄກຄະນະລັດຖະບານຮ່ວມລະຫວ່າງລັດຖະບານສອງປະເທດ ແລະ ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ; ຊຸກຍູ້ການຮ່ວມມືພ້ອມກັນຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໃນໄລຍະຫຼັງໂລກລະບາດໂຄວິດ - 19.

        ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ ໄທ ເພີ່ມທະວີການນຳເຂົ້າ, ຈຳໜ່າຍບັນດາຜະລິດຕະພັນຂອງ ຫວຽດນາມ ຢູ່ຕະຫຼາດ ຂອງໄທ; ສອງຝ່າຍຍູ້ໄວການພົບປະແລກປ່ຽນກ່ຽວກັບການຮັບຮອງເອົາ ປາດສະປໍວັກຊິນຂອງກັນ; ເປີດຖ້ຽວບິນການຄ້າທົ່ວໄປຄືນໃໝ່, ສ້າງເງື່ອນໄຂໃຫ້ແກ່ການທ່ອງທ່ຽວ ແລະ ແລກປ່ຽນການຄ້າລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ