ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານນາງຮອງນາຍົກລັດຖະມົນຕີ Men Sam An ສືບຕໍ່ໜູນຊ່ວຍ, ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງ, ວິສາຫະກິດ ຫວຽດນາມ...
 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An
(ພາບ: VOV)

ຕອນບ່າຍວັນທີ 9 ພະຈິກ, ຢູ່ພະນົມເປັນ, ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ຮອງປະທານພັກປະຊາຊົນກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານນາງຮອງນາຍົກລັດຖະມົນຕີ Men Sam An ສືບຕໍ່ໜູນຊ່ວຍ, ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງ, ວິສາຫະກິດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ທຳມາຫາກິນ, ດຳເນີນທຸລະກິດເປັນປົກກະຕິ ແລະ ສະດວກຢູ່ກຳປູເຈຍ.

        ການນຳສອງທ່ານໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສອງປະເທດຄວນເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມ, ຍູ້ແຮງການພົວພັນແລກປ່ຽນປະຊາຊົນດ້ວຍຫຼາຍວິທີທີ່ແທດຈິງ ແລະ ມີປະສິດທິຜົນ, ພິເສດ, ຜ່ານບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ