ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong

(VOVWORLD) -ຫວຽດນາມ ຍາມໃດກໍປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ ຫຼາຍກວ່າອີກ, ຢາກຊອກຮູ້, ແລກປ່ຽນບົດຮຽນປະສົບການ ແລະ ໄດ້ຮັບການຊ່ວຍເຫຼືອຈາກ ສິງກະໂປ ໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບຄວາມຕັ້ງໜ້າ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam (ພາບ:TTXVN)

ຕອນບ່າຍວັນທີ 2 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ແລະ ຜູ້ອໍານວຍການຝ່າຍບໍລິຫານກອງທຶນ Temasek Ng Boon Heong ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ ຫຼາຍກວ່າອີກ, ຢາກຊອກຮູ້, ແລກປ່ຽນບົດຮຽນປະສົບການ ແລະ ໄດ້ຮັບການຊ່ວຍເຫຼືອຈາກ ສິງກະໂປ ໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບຄວາມຕັ້ງໜ້າ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຜັນຂະຫຍາຍບັນດາໂຄງການ, ການເຄື່ອນໄຫວທີ່ແທດຈິງ ເພື່ອສ້າງຂີດໝາຍສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 50 ປີ (01/8/1973 – 01/8/2023) ແລະ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຄົບຮອບ 10 ປີ ໃນປີ 2023, ພິເສດແມ່ນຊຸກຍູ້ບັນດາໂຄງການຮ່ວມມືໃນຂົງເຂດໃໝ່ ທີ່ເປັນຂົງເຂດບຸລິມະສິດຂອງ ຫວຽດນາມ ແລະ ສິງກະໂປ ມີທ່າແຮງຄື ເສດຖະກິດດີຈີຕອນ, ລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ, ເສດຖະກິດສີຂຽວ, ປະດິດຄິດສ້າງ…; ສືບຕໍ່ພັດທະນາບັນດາເຂດອຸດສາຫະກຳ VSIP.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ Temasek ເພີ່ມທະວີການຮ່ວມມື, ໃຫ້ຄຳປຶກສາດ້ານນະໂຍບາຍ, ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພະນັກງານການນຳ, ການບໍລິຫານ, ພ້ອມທັງເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ.

ຫວູຄວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ