ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ຍີ່ປຸ່ນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ຝ່າຍ ຍີ່ປຸ່ນ, ບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນຂົງເຂດເຄິ່ງຊັກນຳໄຟຟ້າ ເພີ່ມທະວີການຮ່ວມມື, ລົງທຶນພັດທະນາລະບົບຊີວະພາບຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ໄດ້ມີການພົບປະ, ເຮັດວຽກກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ຍີ່ປຸ່ນ
(ພາບ: VGP)

  ຕອນເຊົ້າວັນທີ 16 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ໂດຍສືບຕໍ່ບັນດາລາຍການເຄື່ອນໄຫວ 2 ຝ່າຍຢູ່ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະ, ເຮັດວຽກກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ຍີ່ປຸ່ນ.

ທີ່ການເຮັດວຽກບັນດາບໍລິສັດໃນຂົງເຂດແຜງວົງຈອນເຄິ່ງຊັກນຳໄຟຟ້າ ແລະ ລະບົບຊິວະພາບໄປພ້ອມ, ຄື: SBI Holdings, Renesas Electronics Corporation, Denso, Rapidus Corporation, Tokyo Electron Limited ໄດ້ສະເໜີທິດທາງ ແລະ ສະເໜີການຮ່ວມມືພັດທະນາແຜງວົງຈອນເຄິ່ງຊັກນຳໄຟຟ້າ ແລະ ລະບົບຊີວະພາບຢູ່ ຫວຽດນາມ. ບັນດາຄຳເຫັນລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ.

ພາຍຫຼັງຮັບຟັງບັນດາຄຳເຫັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ຝ່າຍ ຍີ່ປຸ່ນ, ບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນຂົງເຂດເຄິ່ງຊັກນຳໄຟຟ້າ ເພີ່ມທະວີການຮ່ວມມື, ລົງທຶນພັດທະນາລະບົບຊີວະພາບຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ຈາກນັ້ນ, ກໍ່ປະກອບສ່ວນຊຸກຍູ້, ຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ ເຊິ່ງ ຫວຽດນາມ ແລະ ຍີ່ປຸ່ນ ຫາກໍ່ສ້າງຕັ້ງໃຫ້ເປັນອັນລະອຽດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ມີບັນດານະໂຍບາຍບຸລິມະສິດທີ່ສອດຄ່ອງໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນໃນຂົງເຂດພາສີ, ທີ່ດິນ… ກໍ່ຄືຍາມໃດກໍ່ຮັບຟັງ, ແບ່ງປັນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອໃຫ້ວິສາຫະກິດພັດທະນາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ຍີ່ປຸ່ນ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມການໂອ້ລົມສົນທະນາກັບ ບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ)

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບ ບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ, ດ້ວຍຫົວຂໍ້ຕົ້ນຕໍກ່ຽວກັບ 2 ຂົງເຂດຫັນເປັນສີຂຽວ ແລະ ພື້ນຖານໂຄງລ່າງສັງຄົມ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ດ້ວຍແຜນນະໂຍບາຍຮ່ວມມື, ດຶງດູດການລົງທຶນ ຈາກຕ່າງປະເທດໂດຍມີການຄັດເລືອກ, ມຸ່ງໄປເຖິງຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຊີ ແລະ ປົກປັກຮັກສາສິ່ງແວດລ້ອມ, ຫວຽດນາມ ໃຫ້ບຸລິມະສິດດຶງດູດບັນດາໂຄງການລົງທຶນໃນບັນດາຂົງເຂດ, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ… ນີ້ແມ່ນບັນດາຂົງເຂດເຊິ່ງ ຍີ່ປຸ່ນ ມີບົດຮຽນ ແລະ ມີທ່າແຮງ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ກໍ່ມີຄວາມຕ້ອງການ. ພ້ອມທັງ, ນີ້ກໍ່ແມ່ນບັນດາຂົງເຂດຈຸດສຸມໃນຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ