ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້​າມ​ມິງ​ຈິງ ພົບ​ປະ​ໂອ້​ລົມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ບ​ຣູ​ໄນ

(VOVWORLD) -  ຕອນຄ່ຳວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ), ພາຍຫຼັງທີ່ມາຮອດນະຄອນຫຼວງ Bandar Seri Begawan, ເລີ່ມຢ້ຽມຢາມປະເທດ ບຣູໄນ Darussalam ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມ, ໂອ້ລົມສົນທະນາກັບພະນັກງານ, ລັດຖະກອນສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ປະເທດນີ້.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້​າມ​ມິງ​ຈິງ ພົບ​ປະ​ໂອ້​ລົມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ບ​ຣູ​ໄນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ຢ້ຽມຢາມ, ໂອ້ລົມສົນທະນາກັບພະນັກງານ, ລັດຖະກອນສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ບຣູໄນ (ພາບ: TTXVN)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ພໍ່ແມ່ພີ່ນ້ອງຮັບຊາບກ່ຽວກັບສະພາບການພັດທະນາຂອງປະເທດຊາດໃນປີ 2022; ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຄວາມສາມັກຄີຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ບຣູໄນ ແລະ ຫວັງວ່າ ພໍ່ແມ່ພີ່ນ້ອງຈະສືບຕໍ່ເສີມຂະຫຍາຍນ້ຳໃຈດັ່ງກ່າວໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ໃນນັ້ນມີພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ບຣູໄນ ເປັນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີຂອງທົ່ວປວງຊົນທັງຊາດໄດ້ ແລະ ເປັນໜຶ່ງໃນບັນດາກຳລັງໜູນພັດທະນາຂອງປະເທດຊາດ.

ຫວູຄວຽນ

 


ຕອບກັບ

ຂ່າວ/ບົດ​ອື່ນ