ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ປະເທດ ຍີ່ປຸ່ນ

(VOVWORLD) - ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອສືບຕໍ່ປະຕິບັກແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ປະເທດ ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຮອດສະໜາມບິນສາກົນ Haneda
(ພາບ: TTXVN)

        ຕອນທ່ຽງວັນທີ 15 ທັນວາ (ຕາມເວລາ ຫວຽດນາມ), ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Haneda, ນະຄອນ ຫຼວງ ໂຕກຽວ, ເລີ່ມຕົ້ນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 50 ປີແຫ່ງສາຍພົວພັນ ອາຊຽນ - ຍີ່ປຸ່ນ (1973 – 2023) ແລະ ດຳເນີນບັນດາການເຄື່ອນໄຫວ 2 ຝ່າຍຢູ່ ຍີ່ປຸ່ນ, ແຕ່ວັນທີ 15-18 ທັນວາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

        ຄາດວ່າ, ໃນການໄປປະຕິບັດງານ, ພ້ອມກັບເລື່ອງເຂົ້າຮ່ວມບັນດາການເຄື່ອນໄຫວ, ກອງປະຊຸມສະເຫຼີມສະຫຼອງ 50 ປີແຫ່ງສາຍພົວພັນ ອາຊຽນ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດປະຊາຄົມອາຊີ ປ່ອຍອາຍພິດລົງ 0 (AZEC) ໂດຍນາຍົກລັດຖະມົນຕີເປັນເຈົ້າພາບຈັດຂຶ້ນ.

        ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອສືບຕໍ່ປະຕິບັກແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຢືນຢັນບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມ ອາຊຽນ ສັນຕິພາບ, ວັດທະນາຖາວອນ ແລະ ການພົວພັນ ອາຊຽນ ຍີ່ປຸ່ນ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ