ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ບ​ຣາ​ຊີນ

(VOVWORLD) - ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ບຣາຊິນ ແມ່ນປະເທດມະຫາອຳນາດໃນພາກພື້ນ ອາເມລິກາ ລາຕິນ ແລະ ສະເໜີໃຫ້ສຸມໃສ່ບັນດາເສົາຄ້ຳເສດຖະກິດ, ການຄ້າ, ການລົງທຶນ ແລະ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີຫຼາຍຝ່າຍ ແລະ ສອງຝ່າຍ, ສັນຍາອາລັກຂາການລົງທຶນ, ສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນ… ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ບ​ຣາ​ຊີນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມບັນດາພະນັກງານຢູ່ສະຖານທູດ ຫວຽດນາມ ປະຈຳ ບຣາຊີນ (ພາບ: VOV)

ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມສາທາລະນະລັດສະຫະພັນ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສຳນັກງານ ແລະ ພົບປະກັບພະນັກງານ, ລັດຖະກອນຂອງສະຖານທູດ ຫວຽດນາມ ພ້ອມກັບບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ບຣາຊິນ.

      ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະຖານທູດ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ສອງປະເທດໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣາຊິນ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ບຣາຊິນ ແມ່ນປະເທດມະຫາອຳນາດໃນພາກພື້ນ ອາເມລິກາ ລາຕິນ ແລະ ສະເໜີໃຫ້ສຸມໃສ່ບັນດາເສົາຄ້ຳເສດຖະກິດ, ການຄ້າ, ການລົງທຶນ ແລະ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີຫຼາຍຝ່າຍ ແລະ ສອງຝ່າຍ, ສັນຍາອາລັກຂາການລົງທຶນ, ສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນ… ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ນອກຈາກນັ້ນແລ້ວ ທ່ານຍັງສະເໜີໃຫ້ບັນດາພະນັກງານ, ພາລະກອນສະຖານທູດສຸມໃສ່ໜ້າທີ່ແລກປ່ຽນວັດທະນະທຳ, ການສຶກສາ, ກິລາ ແລະ ການພົບປະແລກປ່ຽນປະຊາຊົນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ