ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຝ​ລັ່ງ​ ຢ່າງ​ຈົບ​ງາມ

(VOVWORLD) - ຕອນຄ່ຳວັນທີ 05 ພະຈິກ (ຕາມເວລາ ຝລັ່ງ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງອອກຈາກ ຝລັ່ງ, ສິ້ນສຸດການຢ້ຽມຢາມປະເທດ ສ.ຝລັ່ງ ຢ່າງເປັນທາງການແຕ່ວັນທີ 3 ຫາວັນທີ 5 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສ.ຝລັ່ງ Jean Castex ຢ່າງຈົບງາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຝ​ລັ່ງ​ ຢ່າງ​ຈົບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງອອກຈາກ ຝລັ່ງ, ສິ້ນສຸດການຢ້ຽມຢາມປະເທດ ສ.ຝລັ່ງ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສ.ຝລັ່ງ Jean Castex ຢ່າງຈົບງາມ (ພາບ: TTXVN)

ກ່ອນໜ໊ານັ້ນ ໃນຕອນບ່າຍວັນທີ 5 ພະຈິກ, ຢູ່ ປາຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Mathias Cormann, ເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ ສະເໜີ OECD ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ໃຫ້ຄຳປຶກສາກ່ຽວກັບນະໂຍບາຍ ແລະ ລະດົມບັນດາແຫຼ່ງກຳລັງ ແນໃສ່ເພີ່ມທະວີການລົງທຶນເຈົ້າໃນຂົງເຂດມະນຸດ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ ກໍມີຄວາມປາດຖະໜາວ່າ OECD ຈະສືບຕໍ່ໜູນຊ່ວຍລະດົມແຫຼ່ງກຳລັງ, ໂດຍສະເພາະແມ່ນແຫຼ່ງທຶນ, ເຕັກໂນໂລຢີ, ບົດຮຽນ, ປະສົບການໃນການບໍລິຫານຢ່າງມີປະສິດທິຜົນເພື່ອຊ່ວຍ ຫວຽດນາມ ສ້າງໂຄງປະກອບ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ປະຕິບັດຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ທີ່ໄດ້ເປັນເອກະພາບກັນໃນກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງດິນຟ້າອາກາດ (COP26) ຜ່ານມາ.

        ສ່ວນ ທ່ານເລຂາທິການໃຫຍ່ອົງການ OECD Mathias Cormann ກໍ່ເນັ້ນໜັກ ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ OECD ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງມີຄວາມປາດຖະໜາຢາກຮ່ວມມືກັບ  ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຢ່າງແໜ້ນແຟ້ນກວ່າອີກໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ກໍຢັ້ງຢືນວ່າ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (MOU) ຫວຽດນາມ - OECD ໄລຍະ 2022 – 2026 ແມ່ນມີຄວາມໝາຍສຳຄັນ, ສ້າງບັນພື້ນຖານຊຸກຍູ້ການຮ່ວມມືລະຫວ່າງຂອງປະເທດໃນບັນດາຂົງເຂດ, ໂດຍສະເພາະແມ່ນການຫັນເປັນດີຈີຕອນ, ເຕີບໂຕຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ…  ສິ້ນສຸດການພົບປະ, ພິທີລົງນາມໃນບົດບັນທຶກຊ່ວຍຈຳສະບັບດັ່ງກ່າວກໍຖືກດຳເນີນ ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສຳນັກງານອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ເຊິ່ງຕັ້ງຢູ່ ປາຣີ, ຝລັ່ງ ແລະ ເຂົ້າພົບປະກັບທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການ UNESCO. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມງານວາງສະແດງ 45 ປີແຫ່ງສາຍພົວພັນຄູ່ຮ່ວມມື ຫວຽດນາມ - UNESCO ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ, ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ - UNESCO ໄລຍະ 2021 – 2025 ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ UNESCO ແລະ ກຸ່ມບໍລິສັດ SOVICO ໃນການຊຸກຍູ້ຕາໜ່າງນະຄອນແຫ່ງການປະດິດຄິດສ້າງ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ ຢູ່ ຫວຽດນາມ.

        ກໍໃນວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ກໍມີການຕ້ອນຮັບຄະນະການນຳ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ (AAFV) ໂດຍທ່ານ Gerard Daviot, ປະທານສະມາຄົມນຳໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ