ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ສ້າງພື້ນ​ຖານ​ສື່ມວ​ນ​ຊົນ, ສື່​ສານເປັນ​ມື​ອາ​ຊີບ, ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ທັນ​ສະ​ໄໝ

(VOVWORLD) -   ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳ ແລະ ຜູ້ແທນສະມາຄົມນັກຂ່າວ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 98 ປີ (21/06/1925 – 21/06/2023).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ສ້າງພື້ນ​ຖານ​ສື່ມວ​ນ​ຊົນ, ສື່​ສານເປັນ​ມື​ອາ​ຊີບ, ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ທັນ​ສະ​ໄໝ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

  ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ເພື່ອໃຫ້ສື່ມວນຊົນ ຫວຽດນາມ ເປັນສື່ມວນຊົນປະຕິວັດຢ່າງແທ້ຈິງ, ເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝນັ້ນ, ໃນໄລຍະຈະມາເຖິງ, ສະມາຄົມນັກຂ່າວ ຕ້ອງຍູ້ແຮງການເຄື່ອນໄຫວເຕົ້າໂຮມແຫຼ່ງກຳລັງ, ສ້າງຖັນແຖວຜູ້ປະກອບອາຊີບນັກຂ່າວ, ເອົາໃຈໃສ່ບຳລຸງສ້າງຄຸນທາດການເມືອງ, ແນວຄິດ, ຝຶກຝົນຈັນຍາບັນ, ຍົກສູງກຳລັງຄວາມສາມາດ, ລະດັບວິຊາສະເພາະ; ກໍ່ສ້າງ ແລະ ພັດທະນາຖັນແຖວຜູ້ເຮັດວຽກງງານສື່ຂ່າວໃຫ້ມີຄວາມອ່ອນໄຫວກ່ຽວກັບ ການເມືອງ, ມີໄຫວພິບດ້ານເສດຖະກິດ, ມີຄວາມຮູ້ດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ວັດທະນະທຳມະນຸດຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ, ສ້າງສະພາບແວດລ້ອມວັດທະນະທຳໃນການເຄື່ອນໄຫວ ສື່ມວນຊົນ; ຊຸກຍູ້ຄຸນຄ່າວັດທະນະທຳມະນຸດໃນການເຄື່ອນໄຫວສື່ມວນຊົນ, ປົກປ້ອງຜົນປະໂຫຍດອັນຊອບທຳ ຂອງສະມາຊິກສະມາຄົມນັກຂ່າວໃນໄລຍະປະຕິບັດໜ້າທີ່, ແກ້ໄຂກໍລະນີລະເມີດຢ່າງເຂັ້ມງວດ, ໂດຍສະເພາະແມ່ນການສວຍໂອກາດເປັນນັກຂ່າວເພື່ອໄປຝືນກັບເປົ້າໝາຍ, ອຸດົມການຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ