ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ຫວຽດນາມ ຍາມໃດກໍ່ຖື WB ເປັນຄູ່ຮ່ວມມືພັດທະນາສຳຄັນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຕີລາຄາສູງການໜູນຊ່ວຍ, ປະກອບສ່ວນຕັ້ງໜ້າຂອງ WB ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແຕ່ປີ 1993 ມາຮອດປະຈຸບັນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ຫວຽດນາມ ຍາມໃດກໍ່ຖື WB ເປັນຄູ່ຮ່ວມມືພັດທະນາສຳຄັນ - ảnh 1ທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ:VOV)

ຕອນບ່າຍວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖື WB ເປັນຄູ່ຮ່ວມມືພັດທະນາສຳຄັນຂອງ ຫວຽດນາມ ໃນການຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຕີລາຄາສູງການໜູນຊ່ວຍ, ປະກອບສ່ວນຕັ້ງໜ້າຂອງ WB ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແຕ່ປີ 1993 ມາຮອດປະຈຸບັນ, ຜ່ານການເຄື່ອນໄຫວໃຫ້ຄຳປຶກສາ ແລະ ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາໂຄງການໜູນຊ່ວຍທາງການ (ODA), ກູ້ຢຶມທຶນບຸລິມະສິດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີວ່າ: ໄລຍະຈະມາເຖິງ, WB ບຸລິມະສິດປະຕິບັດບັນດາໂຄງການໃຫຍ່ໃນການພັດທະນາພື້ນຖານໂຄງລ່າງຄົມມນະຄົມຍຸດທະສາດຢູ່ ຫວຽດນາມ.

        ສ່ວນທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ ໄດ້ເຫັນດີເປັນເອກະພາບຢ່າງສູງກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການກຳນົດທິດຜັນຂະຫຍາຍບັນດາໂຄງການມີຈຸດສຸມ, ບັນລຸເປົ້າໝາຍທີ່ໄດ້ວາງອອກ. ທ່ານນາງ Carolyn Turk ຕີລາຄາສູງວິໄສທັດ, ກຳນົດທິດການພັດທະນາ ແລະ ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ, ໃນນັ້ນ, ມີຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້້າອາກາດ, ຫລຸດຜ່ອນອາຍພິດ. ທ່ານນາງ Carolyn Turk ກໍ່ຢັ້ງຢືນຈະສືບຕໍ່ສົມທົບກັບບັນດາອົງການຂອງ ຫວຽດນາມ ຢ່າງຕັ້ງໜ້າ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ.  

 

 

ຕອບກັບ

ຂ່າວ/ບົດ​ອື່ນ