ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຮຽກ​ຮ້ອງແຂວງ ກວ໋າງ​ນາມ ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ

(VOVWORLD) -ວັນທີ 27 ມີນາ, ຢູ່ແຂວງ ກວ໋າງນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳແຂວງ ກວ໋າງນາມ ກ່ຽວກັບໝາກຜົນພັດທະນາເສດຖະກິດ - ສັງຄົມ ປີ 2021; ທິດທາງ, ໜ້າທີ່ປີ 2022.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຮຽກ​ຮ້ອງແຂວງ ກວ໋າງ​ນາມ ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ແຂວງ ກວ໋າງນາມ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ໝາກຜົນທີ່ບັນລຸໃຫ້ສຸດຂີດເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ພັດທະນາຂຽວ. ແຂວງ ກວ໋າງນາມ ຕ້ອງສ້າງລາຍການ, ແຜນການ ແລະ ຈັດຕັ້ງປະຕິບັດໃຫ້ແທດເໝາະກັບສະພາບການຕົວຈິງຂອງທ້ອງຖິ່ນ. ໃນນັ້ນ ສຸມໃສ່ໂຄງການຟື້ນຟູຢ່າງວ່ອງໄວ ແລະ ພັດທະນາແບບຍືນຍົງ. ໃນປີ 2022, ຕ້ອງສຸມໃສ່ວຽກງານວາງແຜນຜັງ.  ນີ້ແມ່ນໜ້າທີ່ຈຸດສຸມ, ປີນີ້ຕ້ອງເຮັດໃຫ້ສຳເລັດ, ໂດຍສະເພາະແມ່ນການວາງແຜນຜັງແຂວງ ຕ້ອງປະຕິບັດສຳເລັດໃນໄຕມາດທີ III ປີ 2022, ຖັດຈາກນັ້ນແມ່ນການວາງແຜນຜັງຂັ້ນເມືອງ ແລະ ຕາແສງ. ພ້ອມດຽວກັນນັ້ນ, ທາງແຂວງຕ້ອງສຸມໃສ່ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດພູດອຍ ແລະ ເຂດຊົນເຜົ່າສ່ວນໜ້ອຍ; ຜັນຂະຫຍາຍບັນດາມາດຕະການຮັບມືກັບໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ