ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ອິນ​ເດຍ ແລະ ກອງ​ປະ​ຊຸ​ມ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ ແລະ ການຄ້າ, ເສີມຂະຫຍາຍບັນດາທ່າແຮງໜູນຊ່ວຍເຊິ່ງກັນແລະກັນໃນການຍູ້ແຮງການພົວພັນການຄ້າ, ການລົງທຶນ, ການເຊື່ອມຕໍ່
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ອິນ​ເດຍ ແລະ ກອງ​ປະ​ຊຸ​ມ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: TTXVN)

ຕອນເຊົ້າວັນທີ 7 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືສືບຕໍ່ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ອິນເດຍ ຄັ້ງທີ 20 ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 18.

ຢູ່ກອງປະຊຸມຂັ້ນສູງ ອາຊຽນ - ອິນເດຍ ຄັ້ງທີ 20, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ ແລະ ການຄ້າ, ເສີມຂະຫຍາຍບັນດາທ່າແຮງໜູນຊ່ວຍເຊິ່ງກັນແລະກັນໃນການຍູ້ແຮງການພົວພັນການຄ້າ, ການລົງທຶນ, ການເຊື່ອມຕໍ່, ຮັບປະກັນລະບົບການຜະລິດ ແລະ ການສະໜອງ, ສ້າງຄວາມສະດວກກ່ວາອີກໃຫ້ ສິນຄ້າ ເຂົ້າເຖິງຕະຫຼາດ ຂອງກັນ.

ຢູ່ກອງປະຊຸມຂັ້ນສູງ EAS 18, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຂອບຂະໜາດ ແລະ ຄຸນຄ່າຍຸດທະສາດຂອງ EAS ແມ່ນ ສະຖານທີ່ເຊິ່ງບັນດາການນຳໂອ້ລົມສົນທະນາ, ກຳນົດທິດເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ