ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ “ຍູ້​ແຮງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ຮອດ​ປີ 2030 ແລະ ຊຸມ​ປີ​ຈະ​ມາ​ເຖິງ”

(VOVWORLD) -ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ຈັດກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງສູນກາງພັກ ຊຸດທີ XIII ກ່ຽວກັບການ “ຍູ້ແຮງການພັດທະນາອຸດສາຫະກຳປ້ອງກັນຊາດຮອດປີ 2030 ແລະ ຊຸມປີຈະມາເຖິງ”. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ “ຍູ້​ແຮງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ຮອດ​ປີ 2030 ແລະ ຊຸມ​ປີ​ຈະ​ມາ​ເຖິງ” - ảnh 1ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງສູນກາງພັກ ຊຸດທີ XIII ກ່ຽວກັບການ “ຍູ້ແຮງການພັດທະນາອຸດສາຫະກຳປ້ອງກັນຊາດຮອດປີ 2030 ແລະ ຊຸມປີຈະມາເຖິງ”

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງໃຫ້ເປັນຢ່າງດີ, ບັນລຸໝາກຜົນຢ່າງແທ້ຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຕ້ອງສືບຕໍ່ມີຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ເລິກເຊິ່ງກວ່າ ກ່ຽວກັບຈຸດປະສົງຄວາມຮຽກຮ້ອງຕ້ອງການ, ຄວາມໝາຍຄວາມສຳຄັນຂອງມະຕິ, ກຳແໜ້ນທັດສະນະ, ແນວຄິດຊີ້ນຳ, ບັນດາໜ້າທີ່, ມາດຕະການທີ່ຕ້ອງຜັນຂະຫຍາຍປະຕິບັດ, ຈາກນັ້ນ ສ້າງຄວາມເຫັນດີເຫັນພ້ອມສູງກ່ຽວກັບແນວຄິດ ແລະ ການກະທຳ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ກອງທັບ. ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ສົມບູນແບບ, ຈັດຕັ້ງຂຶ້ນບັນດາຮາກຖານອຸດສາຫະກຳປ້ອງກັນຊາດຫຼັກແຫຼ່ງ, ມຸ່ງໄປເຖິງການສ້າງວິທະຍາເຂດອຸດສາຫະກຳປ້ອງກັນຊາດຮັບປະກັນລັກສະນະກະທັດລັດ, ມີປະສິດທິຜົນ, ກ້າວໜ້າ, ທັນສະໄໝ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະພັກການທະຫານສູນກາງ ສົມທົບກັບຄະນະພັກແຂວງ, ນະຄອນ ຢ່າງແໜ້ນແຟ້ນ ສືບຕໍ່ຈັດຕັ້ງໂຄສະນາ, ເຜີຍແຜ່, ເຊື່ອມຊຶມບັນດາທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍ ແລະ ບັນດາໜ້າທີ່, ມາດຕະການທີ່ໄດ້ກຳນົດໃນມະຕິຂອງກົມການເມືອງ ໃຫ້ຖືກເປົ້າໝາຍ, ສະມາຊິກພັກ ແລະ ພະນັກງານ, ນັກຮົບ.

        ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮຽກຮ້ອງໃຫ້ ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ພາຍຫຼັງສິ້ນສຸດກອງປະຊຸມ ຕ້ອງຈັດຕັ້ງການຮ່ຳຮຽນ, ເຊື່ອມຊຶມເນື້ອໃນມະຕິຢ່າງວ່ອງໄວ, ສົມທົບກັນຫັນບັນດາເນື້ອໃນຂອງມະຕິເລກທີ 8 ເປັນລະອຽດ, ປັບປຸງລະບອບລະບຽບການ, ກອບນິຕິກຳໃຫ້ສົມບູນແບບ, ຄົບຊຸດ, ເປັນປະເອກະພາບ ເພື່ອໃຫ້ການປະຕິບັດໃນຕົວຈິງຢ່າງຮອບດ້ານ, ມີປະສິດທິພາບ, ປະສິດທິຜົນ, ຕອບສະໜອງເປົ້າໝາຍທີ່ໄດ້ວາງໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ