ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຮອດ ສະ​ວິດ, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມ WEF Davos 2024

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດ Zurich, ປະເທດສະວິດ, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ ຢູ່ ດາວອດ, ປະເທດສະວິດ (WEF Davos 2024).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຮອດ ສະ​ວິດ, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມ WEF Davos 2024 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ເດີນທາງມາຮອດ ສະວິດ (ພາບ:  VOV)

ຕອນເຊົ້າວັນທີ 16 ມັງກອນ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດ Zurich, ປະເທດສະວິດ, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ ຢູ່ ດາວອດ, ປະເທດສະວິດ (WEF Davos 2024).

        ຄາດວ່າໃນການເຄື່ອນໄຫວຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານ, ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນເຫດການຕ່າງໆໃນຂອບເຂດກອງປະຊຸມ WEF Davos 2024, ເປັນຕົ້ນ: ການໂອ້ລົມສົນທະນາດຶງດູດການລົງທຶນໃນຂົງເຂດເຄິ່ງຊັກນຳໄຟຟ້າ; ກອງປະຊຸມເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ - WEF; ກອງປະຊມເຈລະຈານະໂຍບາຍ “ຫວຽດນາມ - ກຳນົດທິດວິໄສທັດທົ່ວໂລກ”; ການໂອ້ລົມສົນທະນາກ່ຽວກັບການຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ຢູ່ ຫວຽດນາມ; ວາລະປຶກສາຫາລື ດ້ວຍຫົວຂໍ້ “ຊຸກຍູ້ບົດບາດຮ່ວມມືທົ່ວໂລກໃນ ອາຊຽນ”.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິຫານ WEF; ພົບປະສອງຝ່າຍກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດ WEF; ພ້ອມທັງເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະສົນທະນາກ່ຽວກັບບົດຮຽນປະສົບການ ແລະ ຮູບແບບພັດທະນາສູນການເງິນສາກົນຂອງ ສະວິດ; ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ສະວິດ.


ຕອບກັບ

ຂ່າວ/ບົດ​ອື່ນ