ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນິງ​ທ້ວນ

(VOVWORLD) -ຕອນເຊົ້າວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ນິງທ້ວນ ກ່ຽວກັບສະພາບການ, ໝາກຜົນປະຕິບັດໜ້າທີ່ປີ 2021, ໄຕມາດ 1 ປີ 2022 ແລະ ທິດທາງພັດທະນາປີ 2022.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນິງ​ທ້ວນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ນິງທ້ວນ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ກອງປະຊຸມດັ່ງກ່າວແມ່ນເພື່ອແນໃສ່ປະເມີນຜົນ, ທົບທວນຄືນວຽກງານທີ່ ນິງທ້ວນ ເຮັດໄດ້ ແລະ ຍັງບໍ່ທັນເຮັດໄດ້ໃນໄລຍະຜ່ານມາ, ໄຈ້ແຍກສາຍເຫດ, ກຳນົດທິດ, ເປົ້າໝາຍ, ແນວຄິດຊີ້ນຳ, ມາດຕະການໃຫຍ່ໃນປີ 2022 ແລະ ໄລຍະທີ່ຈະມາເຖິງ; ບົນພື້ນຖານມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແຜນການ 5 ປີ, ຍຸດທະສາດ 10 ປີພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ, ມະຕິຕາມຫົວເລື່ອງສະເພາະຂອງສູນກາງ, ຄວນຈັດຕັ້ງປະຕິບັດຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງສິ່ງທີ່ສຳຄັນນັ້ນແມ່ນ ຊອກຫາໄດ້ບາດກ້າວບຸກທະລຸຈາກເງື່ອນໄຂໃນປັດຈຸບັນເພື່ອໃຫ້ແຂວງພັດທະນາຢ່າງວ່ອງໄວແຕ່ຍືນຍົງ, ດ້ວຍກຳລັງ, ຄວາມເຂັ້ມແຂງຂອງຕົນເອງ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 16 ເມສາ, ໃນການປະຕິບັດງານຢູ່ແຂວງ ນິງທ້ວນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາຄວາມພ້ອມສູ້ຮົບຂອງກອງພັນໃຫຍ່ປ້ອງກັນອາກາດ 937, ກອງພັນນ້ອຍ 370, ເຫຼົ່າທັບປ້ອງກັນອາກາດ ແລະ ຢ້ຽມຢາມສະໜາມບິນ ແທັ່ງເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ