ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ຮ່າຢາງ
(ພາບ:VOV)

ແຂວງ ຮ່າຢາງ ບໍ່ເສຍສະຫຼະຄວາມກ້າວໜ້າ, ຄວາມຍຸຕິທຳສັງຄົມ, ສິ່ງແວດລ້ອມ ເພື່ອແລກເອົາການເຕີບໂຕເສດຖະກິດ - ນີ້ແມ່ນການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຕອນເຊົ້າວັນທີ 28 ພຶດສະພາ, ຢູ່ແຂວງ ຮ່າຢາງ, ໃນການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ຮ່າຢາງ ເພື່ອແນໃສ່ຕີລາຄາສະພາບການ, ໝາກຜົນການພັດທະນາເສດຖະກິດ, ສັງຄົມຂອງປີກາຍ, ຊຸມເດືອນຕົ້ນປີນີ້; ວາງອອກທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ. ຕາມທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ແລ້ວ, ປີກາຍ, ຮ່າຢາງ ບັນລຸ ແລະ ລື່ນກາຍ 29/36 ເປົ້າໝາຍ, ຍອດຜະລິດຕະພັນໃນແຂວງ ເພີ່ມຂຶ້ນ 7,62% - ລື່ນກາຍເປົ້າໝາຍໄດ້ວາງອອກ. ຍອດຜະລິດຕະພັນໃນໄຕມາດ I ປີນີ້ເພີ່ມຂຶ້ນ 2,65%.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ແລະ ຮັບປະກັນສະພາບແວດລ້ອມຊີວະພາບ ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ເອົາໃຈໃສ່ລົງທຶນພັດທະນາໂຄງປະກອບພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ຮັບປະກັນການເຊື່ອມຕໍ່ພາຍໃນແຂວງ, ເຊື່ອມຕໍ່ລະຫວ່າງບັນດາແຂວງ ແລະ ການເຊື່ອມຕໍ່ສາກົນ; ພ້ອມທັງເອົາໃຈໃສ່ຍູ້ແຮງການຫັນປ່ຽນດີຈີຕອນ. ປະຕິບັດວຽກງານສ້າງກົນໄກ, ນະໂຍບາຍໃຫ້ເປັນຢ່າງດີ, ເປີດຊ່ອງທາງໃຫ້ແກ່ການພັດທະນາ, ດຶງດູດການລົງທຶນ, ພິເສດແມ່ນບັນດາຂະແໜງ, ຂົງເຂດ, ຜະລິດຕະພັນບຸລິມະສິດບຸລິມະສິດ, ມີທ່າແຮງຂອງແຂວງ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ຖະຫວາຍທູບທຽນໄຫວ້ອາໄລບັນດານັກຮັບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານທະຫານເສຍສະຫຼະຊີວິດເພືື່ອຊາດແຫ່ງຊາດ ລະຊວຽນ, ເມືອງ ວິຊວຽນ, ແຂວງ ຮ່າຢາງ; ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫຼອງຫໍພິພິທະພັນແຂວງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເສັ້ນທາງດ່ວນ ຕວຽນກວາງ - ຮ່າຢາງ (ໄລຍະ 1)
(ພາບ: VOV)

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເສັ້ນທາງດ່ວນ ຕວຽນກວາງ - ຮ່າຢາງ (ໄລຍະ 1), ມີຄວາມຍາວກ່ວາ 30 ກມ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໂຄງການເສັ້ນທາງດ່ວນ ຕວຽນກວາງ - ຮ່າຢາງ ມີຄວາມຍາວທັງໝົດ 105 ກມ, ໂດຍລັດຖະບານມອບສິດໃຫ້ແຂວງ ຕວຽນກວາງ ແລະ ຮ່າຢາງ ເປັນເຈົ້າພາບຈັດຕັ້ງປະຕິບັດ ຕາມຮູບແບບການລົງທຶນສາທາລະນະ ໃນໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ນີ້ແມ່ນໂຄງການມີຄວາມໝາຍສຳຄັນສຳລັບການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ປະກອບສ່ວນສ້າງສຳເລັດລະບອບພື້ນຖານໂຄງລ່າງຄົມມະນາຄົມຢູ່ເຂດພູສູງພາກເໜືອ ເວົ້າລວມ ແລະ ສອງແຂວງ ຕວຽນກວາງ ແລະ ຮ່າຢາງ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ