ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ ພົບ​ປະ​ສົນ​ທະ​ນາ​ກັບ​ການ​ນຳ​ໜຸ່ມ​ ຫວຽດ​ນາມ - ສິງ​ກະ​ໂປ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ຫຼີຊຽນຫຼົງ, ຕອນບ່າຍວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ຫຼີຊຽນຫຼົງ ພ້ອມດ້ວຍບັນດາພັນລະຍາຂອງຕົນ ໄດ້ມີການພົບປະ, ສົນທະນາກັບຜູ້ແທນການນຳໜຸ່ມດີເດັ່ນ ຫວຽດນາມ - ສິງກະໂປ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ ພົບ​ປະ​ສົນ​ທະ​ນາ​ກັບ​ການ​ນຳ​ໜຸ່ມ​ ຫວຽດ​ນາມ - ສິງ​ກະ​ໂປ - ảnh 1ນາຍົກລັດຖະມົນຕີ ສິງກະໂປ ແລະ ຫວຽດນາມ ຮັບຟັງຄຳເຫັນຂອງບັນດາການນຳໜຸ່ມ (ພາບ: VOV)

ທີ່ການພົບປະ, ສົນທະນາ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກວ່າ: ຫວຽດນາມ ແລະ ສິງກະໂປ ກໍພວມໃນວິວັດການຫັນປ່ຽນຢ່າງແຮງ ດ້ວຍກາລະໂອກາດຮ່ວມມືຫຼາຍຢ່າງ ເພື່ອນຳມາເຊິ່ງຊີວິດທີ່ສົດໃສກວ່າໃຫ້ແກ່ປະຊາຊົນຂອງແຕ່ລະປະເທດ, ໃນພາກພື້ນ ແລະ ໃນໂລກ… ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ປາດຖະໜາວ່າ ບັນດາການນຳໜຸ່ມ ຈະເພີ່ມທະວີການຮ່ວມມື, ແລກປ່ຽນ, ສ້າງສາຍພົວພັນມິດຕະພາບ, ການຮ່ວມມືເພື່ອຊອກຫາກາລະໂອກາດໃຫ້ແກ່ຕົນເອງ. ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຜູ້ແທນ ເພີ່ມທະວີການເຊື່ອມຕໍ່, ແລກປ່ຽນແນວຄວາມຄິດ, ເສີມຂະຫຍາຍຄຸນຄ່າອັນດີງາມໃນການພົວພັນສອງປະເທດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ຄື ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດແບ່ງປັນ, ນະວັດຕະກຳ …; ພ້ອມທັງແລກປ່ຽນ, ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບບັນດາບັນຫາທີ່ມີທັກສະນະແຕກຕ່າງກັນ ເພື່ອບັນລຸໄດ້ຄວາມເຫັນດີເປັນເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ