ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ອິນ​ໂດ​ເນ​ເຊຍ

(VOVWORLD) - ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ແບ່ງປັນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂ ສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ບັນດານັກລົງທຶນອິດໂດເນເຊຍ ຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ອິນ​ໂດ​ເນ​ເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (ພາບ: VGP)

ເນື່ອງໃນໂອກາດເຂົ້າຮ່ວມກອງະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, ຕອນເຊົ້າວັນທີ 5 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (KADIN) ພ້ອມກັບວິສາຫະກິດດີເດັ່ນອິນໂດເນເຊຍ ຈຳນວນໜຶ່ງ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ວິສາຫະກິດ ສອງປະເທດ ເປັນຕົ້ນແມ່ນ KADIN ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ເພີ່ມທະວີການເຊື່ອມຕໍ່, ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ສ້າງບັນດາລາຍການ, ໂຄງການ, ສັນຍາຮ່ວມມືລະອຽດ, ແທດຈິງ, ຍາວນານ, ຮັບປະກັນຄວາມກົມກຽວດ້ານຜົນປະໂຫຍດລະຫວ່າງສອງຝ່າຍ. ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ແບ່ງປັນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂ ສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ບັນດານັກລົງທຶນອິດໂດເນເຊຍ ຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດ, ໝັ້ນຄົງ ແລະ ຍາວນານຢູ່ ຫວຽດນາມ.

ສ່ວນບັນດາວິສາຫະກິດ ອິນໂດເນເຊຍ ມີຄວາມປາດຖະໜາກຢາກສືບຕໍ່ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດການເງິນ - ທະນາຄານ, ການຫັນປ່ຽນສີຂຽວ, ໃນນັ້ນມີການຫັນປ່ຽນພະລັງງານຄືພະລັງງານທົດແທນ, ລົດໄຟຟ້າ, ການລົງທຶນອຸດສາຫະກຳແຮ່ທາດ, ລົງທຶນອະສັງຫາລິມະຊັບ, ໃນນັ້ນມີການພັດທະນາເຮືອນຢູ່ສັງຄົມ, ການຮ່ວມສຳພັນໃນການຜະລິດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ