ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ Jin Liqun ປະ​ທານ​ທະ​ນາ​ຄານ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ ອາ​ຊີ (AIIB)

(VOVWORLD) - ໃນໄລຍະພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຫວຽດນາມ ພວມມີຄວາມຕ້ອງການຢ່າງໃຫຍ່ຫຼວງໃນທັງ 5 ວິທີການຂົນສົ່ງ: ທາງບົກ, ທາງລົດໄຟ, ທາງການບິນ, ການເດີນເຮືອ ແລະ ທາງແມ່ນ້ຳພາຍໃນປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ Jin Liqun ປະ​ທານ​ທະ​ນາ​ຄານ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ ອາ​ຊີ (AIIB) - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Jin Liqun ປະທານທະນາຄານການລົງທຶນພື້ນຖານໂຄງລ່າງ ອາຊີ (AIIB) (ພາບ: VGP)

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Jin Liqun ປະທານທະນາຄານການລົງທຶນພື້ນຖານໂຄງລ່າງ ອາຊີ (AIIB) ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຫວຽດນາມ ພວມມີຄວາມຕ້ອງການຢ່າງໃຫຍ່ຫຼວງໃນທັງ 5 ວິທີການຂົນສົ່ງ: ທາງບົກ, ທາງລົດໄຟ, ທາງການບິນ, ການເດີນເຮືອ ແລະ ທາງແມ່ນ້ຳພາຍໃນປະເທດ. ໃນໄລຍະຈະມາເຖິງ, ບົນຫຼັກການ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”, ສອງຝ່າຍພ້ອມກັນມີໄຊ ທ່ານນາຍົກລັດຖະມົນຕີ ສະເໜີ AIIB ໃຫ້ຄຳປຶກສາ, ອຸປະຖຳ, ໜູນຊ່ວຍແຫຼ່ງທຶນກູ້ຢຶມດ້ວຍອັດຕາດອກເບ້ຍບູລິມະສິດໃຫ້ ຫວຽດນາມ ໃນບັນດາໂຄງການພື້ນຖານໂຄງລ່າງຂອບຂະໜາດໃຫຍ່, ມີປະສິດທິຜົນສູງຄື: ການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້, 3 ເສັ້ນທາງລົດໄຟພາກເໜືອ ເຊື່ອມຈອດກັບຈີນ ແລະ ຜ່ານຈີນໄປຍັງເອີລົບ, ອາຊີກາງ; ບັນດາເສັ້ນທາງລົດໄຟໃນຕົວເມືອງຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ.

ສ່ວນທ່ານ Jin Liqun ໃຫ້ຮູ້ວ່າທະນາຄານ AIIB ຈະສະຫງວນເງິນປະມານ 5 ຕື້ USD ດ້ວຍອັດຕາດອກເບ້ຍບູລິມະສິດເພື່ອຮ່ວມມືກັບ ຫວຽດນາມ ແລະ ເຫັນດີເປັນເອກະພາບຢູ່ລະດັບສູງສຸດດ້ວຍບັນດາການກຳນົດທິດຮ່ວມມືເຊິ່ງນາຍົກລັດຖະມົນຕີ ໄດ້ເນັ້ນໜັ້ກ, ໃນນັ້ນສຸມໃສ່ເຂົ້າບັນດາໂຄງການໃຫຍ່, ມີການປະຕິບັດລະບຽບການບໍລິຫານຢ່າງວ່ອງໄວກະທັດຮັດ ແລະ ນຳມາເຊິ່ງປະສິດທິຜົນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ