​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

(VOVWORLD) - ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳພາຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ.

​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ບັນດາການຢ້ຽມຢາມເຊິ່ງກັນ ທີ່ມີຄວາມໝາຍປະຫວັດສາດ ຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຢູ່ຈີນ (2022) ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຢູ່ ຫວຽດນາມ (2023), ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນໄດ້ຮັກສາທ່າພັດທະນາຢ່າງຕັ້ງໜ້າ ແລະ ມີຄວາມກ້າວໜ້າທີ່ມີລັກສະນະປະຫວັດສາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ, ມີການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດທີ່ເປັນເອກະລາດ, ຄວາມເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດຂອງ ຫວຽດນາມເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ.

ທີ່ການພົບປະ, ທ່ານວ້າງຄູໜິງ ເນັ້ນໜັກວ່າ ຈີນ ຍາມໃດກໍ່ຖືເປັນສຳຄັນການພົວພັນ ກັບ ຫວຽດນາມ ແມ່ນ ບູລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງຂອງ ຈີນ, ທ່ານເຫັນດີເປັນເອກະພາບຈະສະໜັບສະໜູນ ຫວຽດນາມ ສືບຕໍ່ຍູ້ແຮງແນວທາງປ່ຽນແປງໃໝ່ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ, ປະຕິບັດສຳເລັດພາລະກິດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ