ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ ໄດ້​ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ແຂວງ​ບິ່ງ​ທ້ວນ​ຄືນ​ໃໝ່​ຄົບ​ຮອບ 30 ປີ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຜົນງານ ເຊິ່ງ ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບິ່ງທ້ວນ ບັນລຸໄດ້ໃນຕະຫຼອດໄລຍະ 30 ປີຜ່ານມາ; ພ້ອມທັງເຕື້ອງເຖິງບາງທິດທາງພັດທະນາໃນໄລຍະຈະມາເຖິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ ໄດ້​ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ແຂວງ​ບິ່ງ​ທ້ວນ​ຄືນ​ໃໝ່​ຄົບ​ຮອບ 30 ປີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 30 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບິ່ງທ້ວນ ຄືນໃໝ່ ຄົບຮອບ 30 ປີ (1992 – 2022). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຜົນງານ ເຊິ່ງ ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບິ່ງທ້ວນ ບັນລຸໄດ້ໃນຕະຫຼອດໄລຍະ 30 ປີຜ່ານມາ; ພ້ອມທັງເຕື້ອງເຖິງບາງທິດທາງພັດທະນາໃນໄລຍະຈະມາເຖິງ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ແຂວງ ບິ່ງທ້ວນ ຕ້ອງພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ນຳເຂດທ່ອງທ່ຽວແຫ່ງຊາດ ໝຸຍແໜ ກາຍເປັນສະຖານທີ່ທ່ອງທ່ຽວແຖວໜ້າພາກພື້ນ. ພ້ອມດຽວກັນນັ້ນ, ແຂວງ ບິ່ງທ້ວນ ຄວນສົ່ງເສີມການພັດທະນາອຸດສາຫະກຳພະລັງງານທົດແທນ, ໂດຍສະເພາະແມ່ນພະລັງງານແຮງລົມຢູ່ນອກຝັ່ງທະເລ, ໄຟຟ້າອາຍແກັດ LNG ແລະ ພະລັງງານ Hydrogen, ນຳແຂວງບິ່ງທ້ວນ ກາຍເປັນສູນພະລັງງານລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ