ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

(VOVWORLD) -ນີ້ແມ່ນການຢ້ຽມຢາມກຳປູເຈຍຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ກໍ່ເປັນຄັ້ງທຳອິດ ທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແບບເຊິ່ງໜ້າ ພາຍຫຼັງໂລກລະບາດໂຄວິດ - 19.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ, ປະທານ ອາຊຽນ 2022, ຕອນເຊົ້າວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງວັນທີ 8 - 9 ພະຈິກ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10 - 13 ພະຈິກ. ນີ້ແມ່ນການຢ້ຽມຢາມກຳປູເຈຍຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ກໍ່ເປັນຄັ້ງທຳອິດ ທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແບບເຊິ່ງໜ້າ ພາຍຫຼັງໂລກລະບາດໂຄວິດ - 19.

ການຢ້ຽມຢາມ ກຳປູເຈຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໃນ  “ປີສາມັກຄີມິດຕະພາບ ຫວຽດນາມ - ກຳປູເຈຍ 2022” ໄດ້ປະກອບສ່ວນພັດທະນາການພົວພັນການບ້ານໃກ້ເຮືອນຄຽງ ອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ, ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນຂອງ ຫວຽດນາມ ຕໍ່ບັນດາການເຄື່ອນໄຫວໃນປີ ກຳປູເຈຍຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2022.

ພ້ອມກັນນັ້ນ, ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊູມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ພ້ອມກັບບັນດາສະມາຊິກຮັກສາ ແລະ ປັບປຸງບົດບາດເປັນໃຈກາງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບ ສຽງເວົ້າລວມຂອງ ອາຊຽນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ