ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄປສຳຫຼວດຢູ່ບາງໂຮງງານ, ໂຄງການເຕັກໂນໂລຊີສູງຢູ່ ດ່ານັ້ງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ FPT ຕ້ອງສຸມໃສ່ເຂົ້າຂົງເຂດຫຼັກແຫຼ່ງຕາມທິດ ສຸມໃສ່ແຫຼ່ງກຳລັງ, ມີຈຸດສຸມ, ສ້າງເຄື່ອງໝາຍການຄ້າ  FPT ຢ່າງແຮງກວ່າ
ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຟ້າມມິນຈິງ ໄປສຳຫຼວດຢູ່ບາງໂຮງງານ, ໂຄງການເຕັກໂນໂລຊີສູງຢູ່ ດ່ານັ້ງ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງໄປ ຢ້ຽມຢາມ, ສຳຫຼວດເຂດຕົວເມືອງ ສຶກສາ- ເຕັກໂນໂລຊີ FPT City)

ໂດຍສືບຕໍ່ການໄປປະຕິບັດງານຢູ່ ດ່ານັ້ງ, ຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປສຳຫຼວດບາງໂຮງງານ, ໂຄງການໃຫຍ່ໃນຂົງເຂດເຕັກໂນໂລຊີສູງໃນບໍລິເວນນະຄອນທະເລ ທາງພາກກາງ.

ເມື່ອໄປຢ້ຽມຢາມ, ສຳຫຼວດເຂດຕົວເມືອງ ສຶກສາ- ເຕັກໂນໂລຊີ FPT City, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ FPT ຕ້ອງສຸມໃສ່ເຂົ້າຂົງເຂດຫຼັກແຫຼ່ງຕາມທິດ ສຸມໃສ່ແຫຼ່ງກຳລັງ, ມີຈຸດສຸມ, ສ້າງເຄື່ອງໝາຍການຄ້າ  FPT ຢ່າງແຮງກວ່າ, ສ້າງລະບົບຊີວະພາບ FPT ໃນທົ່ວປະເທດ ແລະ ມຸ່ງໄປເຖິງການບືນຕົວອອກສູ່ໂລກ.

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ, ສຳຫຼວດໂຮງງານຜະລິດເຄື່ອງອາໄຫລ່ອະວະກາດ ໂດຍກຸ່ມບໍລິສັດ Universal Alloy Corporation (UAC) ຂອງ ອາເມລິກາ ລົງທຶນ; ສຳຫຼວດການວາງແຜນສັງລວມທ່າກ່ຳປັ່ນ ລຽນຈ໋ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ