ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ບ່າ​ເຣ້ຍ - ຫວຸງ​ເຕົາ

(VOVWORLD) -ຕອນເຊົ້າວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະການນຳລັດຖະບານ, ການນຳແຂວງ ບ່າເຣ້ຍ - ຫວຸງເຕົາ ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນໄຫວ້ອາໄລນັກຮົບວິລະຊົນເສຍສະຫຼະຊີວິດ ເພື່ອຊາດ ຫວໍທິເສົາ ຢູ່ວິຫານບູຊາ  ຫວໍທິເສົາ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ບ່າ​ເຣ້ຍ - ຫວຸງ​ເຕົາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຂຽນບັນທຶກໄວ້ເປັນທີ່ລະນຶກ (ພາບ: VGP)

  ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ຕອນເຊົ້າວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະການນຳລັດຖະບານ, ການນຳແຂວງ ບ່າເຣ້ຍ - ຫວຸງເຕົາ ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນໄຫວ້ອາໄລນັກຮົບວິລະຊົນເສຍສະຫຼະຊີວິດ ເພື່ອຊາດ ຫວໍທິເສົາ ຢູ່ວິຫານບູຊາ  ຫວໍທິເສົາ…ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ຂຽນບັນທຶກໄວ້ເປັນທີ່ລະນຶກວ່າ “ໂດຍຂໍສະແດງຄວາມເຄົາລົບນັບຖືຕໍ່ດວງວິນຍານຂອງນັກຮົບວິລະຊົນ ຫວໍທິເສົາ, ນັກຮົບວິລະຊົນເພດຍິງຂອງດິນແດງແຫ່ງຄວາມລຳບາກ ແຕ່ເຕັມໄປດ້ວຍວິລະກຳທີ່ສະຫງ່າອົງອາດ, ນັກຮົບຜູ້ອົງອາດກ້າຫານ ແລະ ຈົງຮັກພັກດີ ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງຊາດ - ພວກຂ້າພະເຈົ້າຂໍຈົດຈຳບຸນຄຸນ ແລະ ບັນທຶກຊື່ສຽງໄວ້ໃນປະຫວັດສາດແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ