ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມຮູບແບບສະມາຄົມຊາວກະສິກອນ ດົ່ງທາບ

(VOVWORLD) - ທ່ານນາຍົກລັດຖະມົນຕີຫວັງວ່າໃນໄລຍະຈະມາເຖິງ, ບັນດາສະມາຄົມຈະເຄື່ອນໄຫວໄດ້ດີກວ່າ, ດ້ວຍບັນດາເນື້ອໃນວິຊາອາຊີບທີ່ມີປະສິດທິຜົນດີກວ່າເກົ່າຄື: “ຍົກສູງຄຸນນະພາບໝາກມ່ວງ, ໝາກລຳໄຍຢູ່ເຂດນີ້ຄືແນວໃດ, ຍົກສູງສະມັດຕະພາບຄືແນວໃດ”
 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມຮູບແບບສະມາຄົມຊາວກະສິກອນ ດົ່ງທາບ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຖາມຂ່າວ, ໂອ້ລົມກັບບັນດາສະມາຊິກສຳນັກສະມາຄົມ ທວ້ນເຕີນ, ເຕີນເກວ

ຕອນແລງວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມາຢ້ຽມຢາມຖາມຂ່າວ, ໂອ້ລົມກັບບັນດາສະມາຊິກສະມາຄົມ ທວ້ນເຕີນ, ເຕີນເກວ (ຕາແສງເຕີນທວ້ນເຕີຍ, ນະຄອນກາວແລງ, ດົ່ງທາບ). ສະມາຄົມແມ່ນ “ເວທີປາໄສ” ແລກປ່ຽນວິຊາອາຊີບກະສິກຳທີ່ເຂັ້ມຂຸ້ນໄປດ້ວຍວັດທະນະທຳຂອງປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຖືວ່າສະມາຄົມຊ່ວຍໃຫ້ພໍ່ແມ່ປະຊາຊົນ ສະແດງແນວຄິດຈິດໃຈຄວາມມຸ່ງມາດປາຖະໜາ, ອາລົມຈິດ, ແລກປ່ຽນຂໍ້ມູນ, ບໍ່ພຽງແຕ່ກ່ຽວກັບການຜະລິດ, ເຕັກນິກເທົ່ານັ້ນ ຫາກຍັງນັບທັງບັນຫາຮັບປະກັນຊີວິດສັງຄົມ, ບັນຫາໂຄງລ່າງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຜ່ານນັ້ນຄວາມຮັກແພງໃນໝູ່ບ້ານກໍ່ແໜ້ນແຟ້ນກວ່າເກົ່າ. ທ່ານນາຍົກລັດຖະມົນຕີຫວັງວ່າໃນໄລຍະຈະມາເຖິງ, ບັນດາສະມາຄົມຈະເຄື່ອນໄຫວໄດ້ດີກວ່າ, ດ້ວຍບັນດາເນື້ອໃນວິຊາອາຊີບທີ່ມີປະສິດທິຜົນດີກວ່າເກົ່າຄື: “ຍົກສູງຄຸນນະພາບໝາກມ່ວງ, ໝາກລຳໄຍຢູ່ເຂດນີ້ຄືແນວໃດ, ຍົກສູງສະມັດຕະພາບຄືແນວໃດ”; “ບັນຫາການຜະລິດປຸງແຕ່ງຄືແນວໃດ”; “ຂັ້ນຕອນການເພາະປູກ, ຄວາມປອດໄພດ້ານອາຫານສຳລັບຜູ້ບໍລິໂພກອຸປະໂພກ”… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ອຳນາດການປົກຄອງທ້ອງຖິ່ນຈະເພີ່ມທະວີການໜູນຊ່ວຍພໍ່ແມ່ປະຊາຊົນພັດທະນາການຜະລິດ, ຍົກສູງຊີວິດການເປັນຢູ່, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໄວ້ຢ່າງໝັ້ນຄົງ, ພັດທະນາເຄື່ອງໝາຍຜະລິດຕະພັນກະເສດ. ຈາກນັ້ນ, ສ້າງປະຊາຄົມຊຸມຊົນໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ