ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟ​ຸກ: ຕ້​ອງ​ເປັນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຮັບ​ມື, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈ​າກ​ຝົນ​ຕົກ, ນ້ຳ​ຖ້ວມ​ໃຫ້​ເປັນຢ່າງ​ດີ ແລະ ວ່ອງ​ໄວ

(VOVWORLD) -ໃນຊຸມວັນຜ່ານມາ, ຢູ່ບໍລິເວນບາງແຂວງ, ນະຄອນພາກກາງ ຫວຽດນາມໄດ້ມີຝົນຕົກໜັກ, ເກີດນ້ຳຖ້ວນໃນບໍລິເວນກ້ວາງສົ່ງຜົນສະທ້ອນເຖິງການດຳລົງຊີວິດ ແລະ ການຜະລິດຂອງປະຊາຊົນ. 

ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ມີຈົດໝາຍສົ່ງເຖິງພໍ່ແມ່ປະຊາຊົນ, ນັກຮົບ ແລະ ບັນດາກຳລັງຕ່າງໆທີ່ພວມປະຕິດບັດ ວຽກງານປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ ຢູ່ບັນດາແຂວງ ແຕ່ ຮ່າຕິງ ຫາ ເທື່ອທຽນເຫ້ວ.

        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ, ຂອງ ສະຫາຍ, ພໍ່ແມ່ພີ່ນ້ອງ, ກຳລັງປ້ອງກັນຕ້ານໄພທຳມະຊາດ, ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ບໍ່ຫວາດຫວັ່ນຕໍ່ໄພອັນຕະລາຍ, ປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ພິເສດເພື່ອໃຫ້ພວກນ້ອງນັກຮຽນເນື່ອງໃນໂອກາດໄຂສົກຮຽນໃໝ່.

        ໃນໄລຍະຈະມາເຖິງ, ໄພທຳມະຊາດອາດຈະສືບຕໍ່ເກີດຂຶ້ນຢ່າງຍັງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາກຳລັງປ້ອງກັນ, ຕ້ານໄພທຳມະຊາດ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເປັນເຈົ້າການໃນການປະຕິບັດວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມໃຫ້ເປັນຢ່າງດີ ແລະ ວ່ອງໄວ.

        ທ່ານນາຍົກລັດຖະມົນຕີໄດ້ແບ່ງປັນຄວາມຫຍຸ້ງຍາກຂອງອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດນ້ຳຖ້ວມ ແລະ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເສີມຂະຫຍາຍນ້ຳໃຈຮັບຜິດຊອບ, ຄວາມເມດຕາປານີເພື່ອຮ່ວມແຮງຮ່ວມໃຈກັນຮັບມື, ແກ້ໄຂຜົນເສຍຫາຍໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ຮັບປະກັນເຮັດໃຫ້ການເປັນຢູ່, ການຜະລິດຂອງປະຊາຊົນກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ