ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕອບສຳພາດສື່ມວນຊົນຍີ່ປຸ່ນ

(VOVWORLD) -ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ ພວມພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານ

	ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕອບສຳພາດສື່ມວນຊົນຍີ່ປຸ່ນ  - ảnh 1

 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: Chinhphu.vn)

ໃນໂອກາດການໄປຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ແຕ່ວັນທີ 27 ມິຖຸນາ - 1 ກໍລະກົດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕອບສຳພາດສື່ມວນຊົນຍີ່ປຸ່ນ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງຫວຽດນາມ ຈະປະກອບຄຳເຫັນຫຍັງແດ່ຢູ່ໃນກອງປະຊຸມສຸດຍອດ G20 ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ທີ່ກອງປະຊຸມສຸດຍອດ G20 ຄັ້ງນີ້, ຈາກພຶດຕິກຳຕົວຈິງແຫ່ງການພັດທະນາຂອງປະເທດທີ່ພວມບື່ນຕົວຂຶ້ນ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງນັ້ນ, ຫວຽດນາມ ຈະແບ່ງປັນກັບເພື່ອມິດສາກົນດ້ານວິໄສທັດ, ແນວຄວາມຄິດຮ່ວມມື ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການປະກອບສ່ວນແກ້ໄຂບັນດາບັນຫາເສດຖະກິດທົ່ວໂລກດັ່ງກ່າວ ດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນເພື່ອໜ່ວຍໂລກຂຽວ, ເພື່ອໂລກແຫ່ງສັນຕິພາບ, ພ້ອມກັນພັດທະນາວັດທະນາຖາວອນ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ກ່ຽວກັບການພົວພັນຫວຽດນາມ-ຍີ່ປຸ່ນ ໃນໄລຍະມໍ່ໆມານີ້ ແລະ ຄວາມມຸ່ງຫວັງກ່ຽວກັບການພົວພັນດັ່ງກ່າວໃນອະນາຄົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ ພວມພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ກ່ຽວກັບດ້ານການເມືອງ, ສອງຝ່າຍເຫັນດີຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ໂດຍສະເພາະແມ່ນຂັ້ນສູງ ໃຫ້ເປັນປະຈໍາ, ປະກອບສ່ວນເພີ່ມທະວີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ. ກ່ຽວກັບດ້ານເສດຖະກິດ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ ກ່ຽວກັບການລົງທຶນ, ການຄ້າ, ການທ່ອງທ່ຽວ, ແມ່ນປະເທດສະໜອງແຫຼ່ງທຶນກູ້ຢືມ ODA ຫຼາຍທີ່ສຸດໃຫ້ແກ່ຫວຽດນາມ. ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດນັບມື້ນັບມີຊີວິດຊີວາ, ການພົວພັນແລກປ່ຽນປະຊາຊົນໄດ້ຮັບການເປີດກວ້າງ ແລະ ຫັນເປັນຫຼາຍຮູບຫຼາຍແບບຢ່າງບໍ່ຢຸດຢັ້ງ. ນອກຈາກການຮ່ວມມືສອງຝ່າຍແລ້ວ, ສອງຝ່າຍກໍໄດ້ຕັ້ງໜ້າຮ່ວມມືກັນຢູ່ບັນດາເວທີປາໄສຫຼາຍຝ່າຍໃນສາກົນ ແລະ ພາກພື້ນ.

ຕີລາຄາກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນປັດຈຸບັນ, ບັນດາມາດຕະການ ເຊິ່ງ ຫວຽດນາມ ປະຕິບັດຢູ່ນັ້ນ ແມ່ນເພື່ອແນໃສ່ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບປະຊາຄົມສາກົນ, ໃນນັ້ນມີ ຍີ່ປຸ່ນ ຊຸກຍູ້ການຮ່ວມມືຢູ່ທະເລ ດ້ວຍຫຼາຍຮູບການ, ເໝາະສົມກັບກົດໝາຍສາກົນ, ໂດຍສະເພາະແມ່ນ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນ, ການກູ້ໄພກູ້ຊີບ, ການປ້ອງກັນຕ້ານອາດຊະຍາກໍາຢູ່ທະເລ, ຄົ້ນຄວ້າວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ...

ຫວຽດນາມ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການປະກອບສ່ວນຂອງ ຍີ່ປຸ່ນ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມເສລີປອດໄຟໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ຍີ່ປຸ່ນ ຈະສືບຕໍ່ສະແດງໃຫ້ເຫັນບົດບາດໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນທະເລຕາເວັນອອກ, ຕັ້ງໜ້າປະກອບສ່ວນເຂົ້າການເສີມສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ວັດທະນາຖາວອນ ໃນພາກພື້ນ ແລະ ໂລກໃຫ້ເຫັນກ່ວາອີກ.

        ດ້ວຍເລື່ອງ ຍີ່ປຸ່ນ ຮັບຮອງເອົານະໂຍບາຍເປີດປະຕູຕໍ່ແຮງງານຕ່າງປະເທດເພື່ອແນໃສ່ຮັບມືກັບສະພາບການພົນລະເມືອງ ອ່ອນແອລົງ ແລະ ຕັ້ງຄວາມຫວັງວ່າ ຫວຽດນາມ ຈະຮ່ວມມືໃນຂົງເຂດນີ້, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປັດຈຸບັນ ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ມີຫຼາຍກ່ວາ 300.000 ຄົນ, ແມ່ນປະຊາຄົມຄົນຕ່າງປະເທດໃຫຍ່ອັນດັບທີ 3 ຢູ່ ຍີ່ປຸ່ນ.ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ພ້ອມແລ້ວທີ່ຈະບຸລິມະສິດເພີ່ມທະວີການຮ່ວມມືກັບ ຍີ່ປຸ່ນ ໃນຂົງເຂດນີ້, ເພື່ອຜົນປະໂຫຍດຂອງທັງສອງປະເທດ. ຫວຽດນາມ ກໍ່ປາດຖະໜາຢາກໃຫ້ ລັດຖະບານ ຍີ່ປຸ່ນສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ອອກແຮງງານ ຫວຽດນາມ ສາມາດເຊື່ອມຕົວເຂົ້າກັບສະພາບແວດລ້ອມໃນການເຮັດວຽກງານ ແລະ ດຳລົງຊີວິດຢູ່ ຍີ່ປຸ່ນ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ