ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຫຼຸດ​ຜ່ອນ​ຜົນ​ກະ​ທົ​ບຈາກ​ໂລກ​ລະ​ບາດ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) -ຕອນບ່າຍວັນທີ 4 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກຂອງ ລັດຖະບານກັບການນຳຄະນະຊີ້ນຳແຫ່ງຊາດ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກໄວຣັດ Corona ສາຍພັນໃໝ່ (nCoV) ແລະ ບັນດາກະຊວງ, ຂະແໜງການກ່ຽວກັບໝາກຜົນຂອງວຽກງານປ້ອງກັນ, ຕ້ານພະຍາດອັກເສບປອດທີ່ເກີດຈາກ ໄວຣັດ nCoV.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຫຼຸດ​ຜ່ອນ​ຜົນ​ກະ​ທົ​ບຈາກ​ໂລກ​ລະ​ບາດ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກ

(ພາບ: TTXVN) 

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຊື້ອພະຍາດພວມມີການຜັນແປຢ່າງສັບສົນ, ດັ່ງນັ້ນບໍ່ໄດ້ມີແນວຄວາມຄິດ ອັດຕະວິໄສ, ຍົກສູງສະຕິລະມັດລະວັງໃຫ້ສູງກ່ວາອີກເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ.

ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ໂລກຕີລາຄາສູງ ແລະ ຊົມເຊີຍບັນດາມາດຕະການຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານ nCoV ແລະ ຮຽກຮ້ອງໃຫ້ບັນດາຂະແໜງການ, ທ້ອງຖິ່ນສືບຕ່າງໆຕໍ່ເປັນເຈົ້າການຮັບມືໃນທຸກໆຂົງເຂດທີ່ຖືກຜົນກະທົບຍ້ອນເຊື້ອພະຍາດສ້າງຂຶ້ນ ດ້ວຍຈິດໃຈຍອມຮັບເສຍຜົນປະໂຫຍດດ້ານເສດຖະກິດສ່ວນໜຶ່ງເພື່ອປົກປ້ອງສຸຂະພາບຂອງ ປະຊາຊົນ, ພິເສດຜັນຂະຫຍາຍບັນດາມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກໂລກລະບາດຕໍ່ພື້ນຖານເສດຖະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ