ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ລົງຢ້ຽມຢາມເຂດວັດທະນະທຳ - ທ່ອງທ່ຽວ ແຂວງຮ່າຢາງ

ຕອນຄ່ຳວັນທີ 26 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ລົງຢ້ຽມຢາມເຂດວັດທະນະທຳ - ທ່ອງທ່ຽວ ຕິດພັນກັບການວາງສະແດງ, ແນະນຳຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ແຂວງຮ່າຢາງ ຢູ່ສະໜາມຫຼວງ 26/3.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ລົງຢ້ຽມຢາມເຂດວັດທະນະທຳ - ທ່ອງທ່ຽວ ແຂວງຮ່າຢາງ - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ງານບຸນ

ເຫດການໄດ້ດຳເນີນກ່ອນທີ່ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຂອງ ແຂວງຮ່າຢາງ ໃນວັນທີ 27 ພະຈິກ, ເພື່ອແນໃສ່ແນະນຳເຖິງບັນດານັກທ່ອງທ່ຽວ ແລະ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງຄື: ນ້ຳເຜິ້ງທີ່ປະສົມກັບໃບຫອມລາບ, ຊາສານຕວຽດ, ໝາກກ້ຽງ, ຜະລິດຕະພັນເຂົ້າໜົມ, ສະໝູນໄພ, ບັນດາຜະລິດຕະພັນແຜ່ນແພພື້ນເມືອງຂອງຊົນເຜົ່າຕ່າງໆ.

        ທ່ານນາຍົກລັດຖະມົນຕີ ຫວງຽນຊວນຟຸກ ໄດ້ຊົມເຊີຍເລື່ອງ ແຂວງຮ່າຢາງ ຈັດຕັ້ງງານວາງສະແດງ, ແນະນຳບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ ແລະ ບັນດາສິນຄ້າທີ່ມີທ່າແຮງຂອງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຫວງຽນຊວນຟຸກ ໃສ່ໃຈວ່າ ບັນດາຮາກຖານຜະລິດຕ້ອງມີການປັບປຸງຮູບແບບ ແລະ ຖົງບັນຈຸຜະລິດຕະພັນ ຢ່າງບໍ່ຢຸດຢັ້ງ, ເພື່ອແນໃສ່ເພີ່ມທະວີຄວາມດຶງດູດແກ່ຜູ້ບໍລິໂພກ, ຍົກສູງກຳລັງແກ່ງແຍ້ງໃນຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ