ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ ສົ່ງ​ສານ​ອວຍພອນ​ເຖິງ​ການ​ນໍາ​ບັນດາ​ປະ​ເທດ ອາຊຽນ

(VOVWORLD) -    ເນື່ອງໃນໂອກາດ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານ ອາຊຽນ ແລະ ປີໃໝ່ ສາກົນ 2020, ວັນທີ 01 ມັງກອນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນປີໃໝ່ ເຖິງການນໍາບັນດາປະເທດ ອາຊຽນ.
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ ສົ່ງ​ສານ​ອວຍພອນ​ເຖິງ​ການ​ນໍາ​ບັນດາ​ປະ​ເທດ ອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  (ພາບປະກອບ: chinhphu.vn)

        ໃນສານອວຍພອນ, ທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປີ 2020 ຈະບໍ່່ສາມາດກີດຂວາງບັນດາປະເທດສະມາຊິກຂອງ ອາຊຽນ ມຸ່ງໄປສູ່ເປົ້າໝາຍລວມ: ນັ້ນແມ່ນ ສ້າງປະຊາຄົມ ອາຊຽນ ສາມັກຄີ, ເອກະພາບ, ສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ. ເພື່ອປະຕິບັດບັນດາເປົ້າໝາຍດັ່ງກ່າວໄດ້,  ປະຊາຄົມ ອາຊຽນທີ່ມີສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນປັດໄຈສໍາຄັນເພື່ອໃຫ້ບັນດາປະເທດ ອາຊຽນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈກັນສ້າງອະນາຄົດອັນສວຍສົດງົດງາມກວ່າໃຫ້ແກ່ປະຊາຄົມ ແລະ ປະຊາຊົນໃນພາກພື້ນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຊີ້ແຈ້ງເຖິງ ບົດບາດຂອງ ປະທານ ອາຊຽນ 2020, ແມ່ນຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດ ຜັນຂະຫຍາຍບັນດາການເຄື່ອນໄຫວ, ຂໍ້ລິເລີ່ມຢ່າງລະອຽດ; ປັບປຸງຄວາມສາມັກຄີ; ຍູ້ແຮງການຮ່ວມສໍາພັນ ແລະ ການເຊື່ອມຕໍ່;  ເພີ່ມທະວີສີສັນ; ຊຸກຍູ້ການພົວພັນຕ່າງປະເທດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ອາຊຽນ. ຫວຽດນາມ ປາດຖະໜາຢາກໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງຕັ້ງໜ້າຂອງບັນດາປະເທດ ອາຊຽນ ໃນການປະຕິບັດບັນດາຂໍ້ລິເລີ່ມດັ່ງກ່າວ; ພ້ອມທັງຫວັງວ່າ ບັນດາປະເທດສະມາຊິກ ຈະພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ເພີ່ມພູນຄູນສ້າງປະຊາຄົມ ອາຊຽນ ໃຫ້ມີການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ. 

ຕອບກັບ

ຂ່າວ/ບົດ​ອື່ນ