ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ ເພື່ອ​ສ້າງ​ທ່ວງ​ທ່າ​ພັດ​ທະ​ນາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ບັນດາພື້ນຖານໂຄງລ່າງສຳຄັນ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ເປີດສາກແກ່ໄລຍະ 5 ປີ.
ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ ເພື່ອ​ສ້າງ​ທ່ວງ​ທ່າ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 11 ມີນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການຄາດຄະເນວິທີການຈັດແບ່ງແຜນການລົງທຶນໄລຍະກາງ ງົບປະມານແຫ່ງລັດ ໄລຍະ 2021 – 2025. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ບັນດາພື້ນຖານໂຄງລ່າງສຳຄັນ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ເປີດສາກແກ່ໄລຍະ 5 ປີ, ເປັນຕົ້ນແມ່ນເສັ້ນທາງແຄມທະເລ; ແລວບັນດາສູນເສດຖະກິດ ແລະ ຕົວເມືອງໃຫຍ່; ເສັ້ນທາງຄວາມໄວສູງ; ພື້ນຖານຫັນປ່ຽນດີຈີຕອນແຫ່ງຊາດ; ວິທະຍາສາດເຕັກໂນໂລຢີ. ນອກຈາກນັ້ນ ກໍຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດວັດທະນະທຳ - ສັງຄົມ, ໃນນັ້ນ ມີບັນດາໂຮງໝໍໃຫຍ່.

        ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງເອົາໃຈໃສ່ຊຸກຍູ້ການດຶງດູດແຫຼ່ງລົງທຶນຕ່າງໆ ແທນທີ່ຈະອີງໃສ່ແຫຼ່ງເງິນລົງທຶນຈາກງົບປະມານແຫ່ງລັດ.


ຕອບກັບ

ຂ່າວ/ບົດ​ອື່ນ