ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ສ້າງ​ກົດ​ໝາຍ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ

(VOVWORLD) -ໄລຍະທີ່ຜ່ານມາ, ໃນສະພາບການເກີດໂລກລະບາດ ໂຄວິດ - 19, ຫວຽດນາມຍັງຄົງບັນລຸການເຕີບໂຕເປັນບວກ, ສ່ວນໜຶ່ງທີ່ສຳຄັນແມ່ນຍ້ອນມີລະບອບລະບຽບການກົດໝາຍໄດ້ຮັບສ້າງໃຫ້ສົມບຸນແບບ ແລະ ການສົມທົບກັນໃນວຽກງານນີ້ໄດ້ເປັນຢ່າງດີ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ສ້າງ​ກົດ​ໝາຍ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: nhandan.com.vn)

ກ່າວຄຳເຫັນທີ່ກອງປະຊຸມ, ປັບປຸງກົດໝາຍໃຫ້ສົມບຸນແບບ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ການສ້າງກົດໝາຍ ແມ່ນພື້ນຖານໃຫ້ແກ່ການພັດທະນາປະເທດແບບຍືນຍົງ, ແລະ ຫວຽດນາມ ໄດ້ຜັນຂະຫຍາຍແລະ ບັນລຸໄດ້ໝາກຜົນທີ່ສຳຄັນ. ໄລຍະທີ່ຜ່ານມາ, ໃນສະພາບການເກີດໂລກລະບາດ ໂຄວິດ - 19, ຫວຽດນາມຍັງຄົງບັນລຸການເຕີບໂຕເປັນບວກ, ສ່ວນໜຶ່ງທີ່ສຳຄັນແມ່ນຍ້ອນມີລະບອບລະບຽບການກົດໝາຍໄດ້ຮັບສ້າງໃຫ້ສົມບຸນແບບ ແລະ ການສົມທົບກັນໃນວຽກງານນີ້ໄດ້ເປັນຢ່າງດີ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ.

ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາວ່າ ລັດຖະບານ ໄດ້ຜັນຂະຫຍາຍປະຕິບັດຍຸດທະສາດສ້າງກົດໝາຍໃຫ້ຄົບຊຸດ ດ້ວຍຍຸດທະສາດປະຕິຮູບ ຍຸຕິທຳດ້ວຍບັນດາໝາກຜົນຢ່າງລະອຽດ ແລະ ຕັ້ງໜ້າ. ວຽກງານປະຕິບັດກົດໝາຍນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ປະຕິບັດ ແລະ ບັນລຸຫຼາຍໝາກຜົນທີ່ຕັ້ງໜ້າ. ສະພາແຫ່ງຊາດໄດ້ສະໜັບສະໜູນລັດຖະບານໃນການສ້າງລະບົບກົດໝາຍໃນໄລຍະທີ່ຜ່ານມາ,ເຊິ່ງຊ່ວຍໃຫ້ການປັບປຸງລະບອບລະບຽບການບັນລຸໄດ້ໝາກຜົນຢ່າງຕັ້ງໜ້າກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ