ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່​ອະ​ດີດ​ການ​ນຳ​ພັກ​, ລັດ ຢູ່​ພາກ​ກາງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະ ທັນການ, ຜັນຂະຫຍາຍປະຕິບັດເຂົ້າໃນບັນດາເງື່ອນໄຂລະອຽດຂອງທ້ອງຖິ່ນ ເພື່ອພັດທະນາຢ່າງວ່ອງໄວກວ່າອີກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່​ອະ​ດີດ​ການ​ນຳ​ພັກ​, ລັດ ຢູ່​ພາກ​ກາງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖ່າຍຮູບກັບບັນດາຜູ້ແທນ ທີ່ການພົບປະສັງສັນ (ພາບ: TTXVN)

ໃນວັນທີ 6 ກຸມພາ, ຢູ່ນະຄອນ ດ່າໜັງ, ທີ່ການພົບປະສັງສັນກັບອະດີດການນຳພັກ, ລັດ ແລະ ບັນດາທ້ອງຖິ່ນຢູ່ພາກກາງ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ບັນດາຜູ້ແທນຮັບຊາບກ່ຽວກັບໝາກຜົນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນປີຜ່ານມາ, ສະພາບຊີວິດການເປັນຢູ່ຂອງປະຊາຊົນແຕ່ພາກເໜືອລົງຮອດພາກໃຕ້, ເຂດຫ່າງໄກສອກຫຼີກ, ນັບທັງບັນດາທ້ອງຖິ່ນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດຢ່າງໜັກໜ່ວງ ລ້ວນແຕ່ມີຊີວິດການເປັນຢູ່ເປັນປົກກະຕິ ແລະ ດີຂຶ້ນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະ ທັນການ, ຜັນຂະຫຍາຍປະຕິບັດເຂົ້າໃນບັນດາເງື່ອນໄຂລະອຽດຂອງທ້ອງຖິ່ນ ເພື່ອພັດທະນາຢ່າງວ່ອງໄວກວ່າອີກ, ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ໃນໄລຍະ 5 ປີ ຈະມາເຖິງ, ກໍຄື ວິໄສທັດຮອດປີ 2030 ແລະ 2045.

ຕອບກັບ

ຂ່າວ/ບົດ​ອື່ນ