ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວ​ັນ​ຟຸກ: ຮັບ​ປະ​ກັນ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​​ຄ່າ​ຄອງ​ຊີບ​ຂອງ ກຳ​ມະ​ກອນ

(VOVWORLD) -ຕອນເຊົ້າວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກລະຫວ່າງ ລັດຖະບານ ແລະ ສະຫະພັນໃຫຍ່ແຮງງານ ຫວຽດນາມ, ຕີລາຄາໝາກຜົນການປະຕິບັດກົດລະບຽບກ່ຽວກັບການພົວພັນວຽກງານລະຫວ່າງສອງອົງການ ໃນໄລຍະ 2016 – 2020.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວ​ັນ​ຟຸກ: ຮັບ​ປະ​ກັນ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​​ຄ່າ​ຄອງ​ຊີບ​ຂອງ ກຳ​ມະ​ກອນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: nhandan.com.vn)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຊົນຊັ້ນກຳມະກອນ ເປັນຕົວແທນໃຫ້ແກ່ທ່າອ່ຽງຂອງກຳລັງການຜະລິດທີ່ທັນສະໄໝໃນສັງຄົມ ແລະ ກໍແມ່ນຊົນຊັ້ນຕັດສິນການຄົງຕົວ ແລະ ການພັດທະນາຂອງສັງຄົມທັນສະໄໝ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງຕໍ່ກຳລັງກຳມະກອນ ຫວຽດນາມ ທີ່ໄດ້ເອົາໃຈໃສ່ຍົກສູງລະດັບວິຊາສະເພາະ, ວິຊາຊີບ ແລະ ເລີ່ມເປັນມືອາຊີບກວ່າ, ດັ່ງນັ້ນ, ກຳມະກອນ ຫວຽດນາມ ນັບມື້ນັບໄດ້ຮັບຄວາມນິຍົມໃນຕະຫຼາດແຮງງານສາກົນ. ໃນໄລຍະ 5 ປີ ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

        “ພວກເຮົາຕ້ອງປະຕິບັດລະບອບກຳມະບານກ່ຽວກັບບັນຫາເຮືອນຢູ່, ໂຮງຮຽນ, ໂຮງອາຫານ, ໂຮງລ້ຽງເດັກ… ຢູ່ເຂດອຸດສາຫະກຳ, ວິສາຫະກິດໃຫຍ່, ກຸ່ມບໍລິສັດໃຫຍ່ ໃຫ້ເປັນຢ່າງດີກວ່າ. ຂ້າພະເຈົ້າກໍປາດຖະໜາວ່າ ບັນດາວິສາຫະກິດ, ຜູ້ນຳໃຊ້ແຮງງານ ເອົາໃຈໃສ່ພັດທະນາວິສາຫະກິດແລ້ວ ກໍຕ້ອງເອົາໃຈໃສ່ເບິ່ງແຍງດູແລກຳມະກອນໄປພ້ອມ; ຊອກຫາວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານໃຫ້ຫຼາຍກວ່າອີກ; ບໍ່ປະໃຫ້ຊາວຜູ້ອອກແຮງງານຕົກເຂົ້າສູ່ສະພາບວ່າງງານ.”

        ຢູ່ຫວຽດນາມ, ກຳມະກອນກວມເອົາ 14% ພົນລະເມືອງ, 27% ກຳລັງແຮງງານ ແຕ່ໄດ້ປະກອບເຖິງ 65% ເຂົ້າໃນ ລວມຍອດຜະລິດຕະພັນແຫ່ງຊາດ (GNP).


ຕອບກັບ

ຂ່າວ/ບົດ​ອື່ນ