ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້​າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່ ປີ 2020 ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ

(VOVWORLD) -ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບປີ 2019 ແລະ ຜັນຂະຫຍາຍໜ້າທີ່ປີ 2020 ຂອງ ຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້​າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່ ປີ 2020 ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ການນຳກະຊວງອຸດສາຫະກຳ ແລະ ການຄ້າເປັນປະທານກອງປະຊຸມ (ພາບ: tapchicongthuong.vn)

ຈຸດພົ້ນເດັ່ນຂອງຂະແໜງອຸດສາຫະກຳ ແລະ ການຄ້າປີນີ້ແມ່ນການສົ່ງອອກ - ນຳເຂົ້າບັນລຸໄດ້ໝາກຜົນທີ່ຕັ້ງໜ້າ, ໃນນັ້ນ ຍອດວົງເງິນການຄ້າສົ່ງອອກນຳເຂົ້າລື່ນກາຍລະດັບຄາດໝາຍແມ່ນ 500 ຕື້ USD, ບັນລຸໄດ້ 517 ຕື້ USD, ການສົ່ງອອກເກີນດຸນ ເກືອບ 10 ຕື້ USD.  ຕາມນັ້ນແລ້ວ, ໂຄງປະກອບສິນຄ້າສົ່ງອອກມີຄວາມຕັ້ງໜ້າພໍສົມຄວນ, ຫຼຸດປະລິມານນ້ຳມັນດິບລົງ, ເພີ່ມຜະລິດຕະພັນການປຸງແຕ່ງ, ຜະລິດຕະພັນອຸດສາຫະກຳ. ຕະຫຼາດສົ່ງອອກໄດ້ຮັບການເປີດກ້ວາງ, ຂຸດຄົ້ນບັນດາຕະຫຼາດໃນບັນດາສັນຍາການຄ້າເສລີທີ່ຫວຽດນາມໄດ້ລົງນາມແລ້ວ ໄດ້ເປັນຢ່າງດີ, ເປັນຕົ້ນແມ່ນ EU, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ. ພິເສດ, ວົງເງິນສົ່ງອອກໄປຍັງບັນດາຕະຫຼາດໃນສັນຍາຄູ່ຮ່ວມມືກ້າວໜ້າຂ້າມປາຊີຟິກ (CPTPP) ບັນລຸໄດ້ໝາກຜົນດີ. ປີນີ້ິ້ກໍໄດ້ເຫັນປະຈັກຕາການສົ່ງອອກ ຂອງກຸ່ມວິສາຫະກິດພາຍໃນປະເທດໄດ້ເພີ່ມຂຶ້ນ, ບັນລຸ 82 ຕື້ USD, ກວມເອົາເກືອບ 1/3 ຍອດວົງເງິນສົ່ງອອກຂອງທົ່ວປະເທດ.

ກ່າວຄໍາເຫັນທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ຜັນຂະຫຍາຍບັນດາສັນຍາການຄ້າເສລີຢ່າງຄົບຊຸດ, ເອົາໃຈໃສ່ເຖິງບັນດາຕະຫຼາດທີ່ມີທ່າແຮງບົ່ມຊ້ອນ. ເອົາໃຈໃສ່ເຖິງຕະຫຼາດ ອາເມລິກາ ແຕ່ຕະຫຼາດອື່ນໆກໍມີຄວາມສໍາຄັນທີ່ສຸດ ເປັນຕົ້ນແມ່ນຕະຫຼາດ CPTPP ແລະ ອີຢູ. ຕະຫຼາດ ອີຢູ ໃນປັດຈຸບັນ ບັນລຸລະດັບເຕີບໂຕໃນການສົ່ງອອກ ພຽງ 1 2%, ໃນຂະນະທີ່ມີເຖິງ 28 ປະເທດ ອີຢູ ສໍາຄັນທີ່ສຸດ ນັ້ນແມ່ນຕະຫຼາດຕ້ອງການສິນຄ້າຄຸນນະພາບສູງ ເຊິ່ງພວກເຮົາຕ້ອງເອົາໃຈໃສ່”.

ຕອບກັບ

ຂ່າວ/ບົດ​ອື່ນ