ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເປັ​ນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົ​ວ​ເລື່ອງ​ສະ​ເພາະກ່ຽວ​ກັບ​ການ​ສ້າງ ກົດ​ໝາຍ

(VOVWORLD) -ຕອນເຊົ້າວັນທີ 5 ສິງຫາ, ລັດຖະບານຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າສະພາຊົນເຜົ່າ, ບັນດາກຳມາທິການ, ອົງການຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການຕ່າງໆ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເປັ​ນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົ​ວ​ເລື່ອງ​ສະ​ເພາະກ່ຽວ​ກັບ​ການ​ສ້າງ ກົດ​ໝາຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານາຍົກລັດຖະມົນຕີ ໄດ້ເນັ້ນໜັ້ກວ່າ ວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸ WIPHA ຍັງພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຈາກລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ພາຍໃຕ້ການຊີ້ິ້ນຳຂອງລັດຖະບານຊຶ່ງ ແມ່ນທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ຫງວຽນຊວັນເກືອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຊີ້ນຳໂດຍກົງ.

        ໂດຍໄດ້ເນັ້ນໜັ້ກເຖິງການສ້າງລະບອບກົດໝາຍແມ່ນໜ້າທີ່ສຳຄັນຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ເລື່ອງລັດຖະບານສະຫງວນເວລາຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງລະບອບລະບຽບການເພື່ອແນໃສ່ປຶກສາຫາລື, ແກ້ໄຂ, ປະກອບຄຳເຫັນເຮັດໃຫ້ສຳເລັດຮ່າງກົດໝາຍສຳຄັນບາງສະບັບເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດແລະ ສະພາແຫ່ງຊາດພິຈາລະນາ.

        ກ່ຽວກັບ 10 ເນື້ອໃນ ປຶກສາຫາລືທີ່ກອງປະຊຸມລວມມີ: ບັນດາຮ່າງກົດໝາຍ, ໃບຍື່ນສະເໜີປັບປຸງ - ເພີ່ມເຕີມ, ສະຫຼຸບບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງຫຼາຍຂົງເຂດຂອງຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ຜູ້ຕາງໜ້າບັນດາອົງການສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ, ລັດຖະບານທີ່ເຂົ້າຮ່ວມກອງປະຊຸມ ຈົງຕັ້ງໜ້າປະກອບຄຳເຫັນເຂົ້າບັນດາເນື້ອໃນປຶກສາຫາລືເພື່ອໃຫ້ກອງປະຊຸມບັນລຸໄດ້ປະສິດທິຜົນສູງທີ່ສຸດ.

ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ ແລະເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກໍາ, ບັນດາສະມາຊິກສະພາແຫ່ງຊາດໃຫ້ຮູ້ວ່າປັດຈຸບັນຍັງເກີດສະພາບການຂາດລັກສະນະຄົບຊຸດລະຫວ່າງກົດໝາຍສະບັບຕ່າງໆ, ສະພາບການຊັບຊ້ອນກັນລະຫວ່າງປະມວນກົດໝາຍຕ່າງໆ, ລະຫວ່າງກົດໝາຍລວມກັບກົດໝາຍ ສະເພາະຂະແໜງການ, ລະຫວ່າງເອກະສານແນະນຳປະຕິບັດກົດໝາຍນີ້ກັບເອກະສານແນະນຳປະຕິບັດກົດໝາຍອື່ນ. ທ່ານ ຫວູຕຽນໂລກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        ຕາມຫຼັກການແລ້ວ, ກົດໝາຍທີ່ໄດ້ປະກາດຄັ້ງຫຼ້າສຸດຈະໄດ້ຮັບການບຸລິມະສິດກວ່າເມື່ອທຽບໃສ່ກົດໝາດທີ່ໄດ້ປະກາດກ່ອນແຕ່ຕາມຄວາມຈິງແລ້ວ, ບັນດາກະຊວງ, ຂະແໜງການໃດເມື່ອແກ້ໄຂວຽກງານກໍ່ເຄີຍມີຂໍ້ອ້າງຄັດສະເໜີກົດໝາຍຂອງກະຊວງ, ຂະແໜງຂອງຕົນເອງເປັນປະຈຳ, ການແກ້ໄຂຂອງບັນດາອົງການ, ກວດກາກໍ່ຂາດຄວາມເປັນເອກະພາບກັນ ດັ່ງນັ້ນເກີດປະກົດການຫຼົບຫຼີກ, ສ້າງຄວາມປອດໄພໃຫ້ແກ່ຕົນເອງ ແລະ ເຮັດໃຫ້ປະຊາຊົນ ແລະ ວິສາຫະກິດແບກຫາບຄວາມຫຍຸ້ງຍາກ.”


 

ຕອບກັບ

ຂ່າວ/ບົດ​ອື່ນ