ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບອົງການກວດກາລັດຖະບານ

(VOVWORLD) - ຕອນບ່າຍວັນທີ 01 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງອົງການກວດກາລັດຖະບານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບອົງການກວດກາລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບອົງການກວດກາລັດຖະບານ

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ອົງການກວດກາລັດຖະບານແມ່ນອົງການເປັນເຈົ້າການ, ແມ່ນກຳລັງແກ່ນສານໃນວຽກງານຕ້ອນຮັບປະຊາຊົນ, ແກ້ໄຂຄຳຮ້ອງທຸກກ່າວຟ້ອງ; ພ້ອມທັງຮຽກຮ້ອງໃຫ້ລະບົບກວດກາຕ້ອງກະຕຸກຊຸກຍູ້, ກວດກາ, ແກ້ໄຂໂດຍກົງບັນດາຄະດີທີ່ມີສ່ວນກ່ຽວຂ້ອງ. ອົງການກວດກາທຸກຂັ້ນຄວນເປັນເຈົ້າການໃນວຽກງານຕ້ອນຮັບປະຊາຊົນກວ່າອີກ, ແກ້ໄຂຄຳຮ້ອງທຸກກ່າວຫາດ້ວຍຄວາມເໝາະສົມເພື່ອເກ້ຍກ່ອມປະຊາຊົນ. ກ່ຽວກັບວຽກງານກວດກາ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຄວນຮັບປະກັນລັກສະນະກະຈ່າງແຈ້ງ, ພາວະວິໄສ, ທ່ຽງຕົງ, ປະຕິບັດຖືກຕາມກົດລະບຽບເຮັດວຽກຂອງຂະແໜງ, ຖືກຕາມກົດໝາຍ ແລະ ຈະແຈ້ງ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ກັບປະຊາຊົນ, ພ້ອມກັນນັ້ນ, ເປີດເຜີຍຂໍ້ສະຫຼຸບການກວດກາ, ຂໍ້ສະເໜີ, ຂໍ້ສະເໜີແນະເພື່ອແກ້ໄຂບັນດາຄວາມຜິດພາດຢ່າງເຂັ້ມງວດ. ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານນາຍົກລັດຖະມົນຕີ ໃສ່ໃຈເຖິງບັນດາຂົງເຂດອາດຈະເກີດມີການສໍ້ລາດບັງຫຼວງຄື: ການກໍ່ສ້າງພື້ນຖານ, ທີ່ດິນ, ວຽກງານພະນັກງານ… ໃນຊຸມເດືອນທ້າຍປີ 2017, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສຸມໃສ່ແກ້ໄຂຢ່າງເດັດຂາດບັນດາວຽກງານຕາມແຜນການກວດກາໄດ້ມອບໃຫ້ໃນປີນີ້ ເພື່ອເຮັດສຳເລັດໜ້າທີ່ທີ່ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ