ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ​ເຂົ້າ​ຢ້ຽມ​ອຳ​ລາ

(VOVWORLD) -ຕອນບ່າຍວັນທີ 30 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Lians Tores Rivera ເອກອັກຄະລັດຖະທູດ ກູບາ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມຢ່າງຈົບງາມ.
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ​ເຂົ້າ​ຢ້ຽມ​ອຳ​ລາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ກູບາເຂົ້າຢ້ຽມອຳລາ  (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານນາງ Lians Tores Rivera ເອກອັກຄະລັດຖະທູດ ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຂອງຕົນ ຢູ່ ຫວຽດນາມຢ່າງຈົບງາມ. ໃນຖານະແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ທ່ານ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍແມ່ນ ສະໜັບສະໜູນການຢຸດຕິການປິດລ້ອມ, ຄຳສັ່ງຂວໍ້າບາດ ດ້ານເສດຖະກິດ - ສັງຄົມຂອງ ອາເມລິກາເຊິ່ງຈັດວາງຕໍ່ກູບາ ແລະ ຍາມໃດຫວຽດນາມ ກໍ່ຍູ້ແຮງການໜູນຊ່ວຍກູບາ ໃນການພັດທະນາດ້ານສະບຽງອາການ, ສິນໃນນ້ຳ.

ສ່ວນທ່ານນາງ Lians Tores Rivera ໄດ້ສະເໜີໃຫ້ສອງປະເທດຈັດຕັ້ງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 38 ໂດຍໄວເພື່ອສ້າງບັນດາເງື່ອນໄຂສະດວກໃນການສົມທົບກັນລະຫວ່າງ ວິສາຫະກິດ ຂອງສອງປະເທດ, ບັນຫາຖ່າຍທອດເຕັກໂນໂລຢີ, ຕໍ່ກ່ຳປັ່ນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ