ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ

(VOVWORLD) - ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ບັນດາອົງການສື່ມວນຊົນ, ການສື່ສານໄດ້ໃຫ້ຂ່າວຢ່າງມີຄວາມຮັບຜິດຊອບ, ຊັດເຈນ ແລະ ທັນການໃນນັ້ນມີບັນດາຊ່ອງສື່ສານຂອງວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ ແລະ ອົງການສື່ມວນຊົນຕ່າງໆ.
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນສະຫຼຸບກອງປະຊຸມຄະນະປະຈຳລັດຖະບານ ໃນຕອນເຊົ້າວັນທີ 13 ມີນາ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ, ໃນໄລຍະທີ່ຜ່ານມາ, ລັດຖະບານໄດ້ຊີ້ນຳການສະກັດກັ້ນໂລກລະບາດ Covid – 19 ບັນລຸໄດ້ໝາກຜົນເປັນຢ່າງດີໃນຂອບເຂດທົ່ວປະເທດ, ໄດ້ຮັບການຕີລາຄາສູງຈາກປະຊາຊົນ ແລະ ສາກົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແຮງໃນທົ່ວສັງຄົມ. ດ້ວຍເນື້ອໃນຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ທົ່ວລະບົບການເມືອງໄດ້ເຂົ້າຮ່ວມການສະກັດກັ້ນໂລກລະບາດ Covid -19. ທ່ານກ່າວວ່າ.

        ນັບແຕ່ປະກົດມີຜູ້ຕິດເຊື້ອ Covid 19 ຄົນທີ 17 ນັ້ນ ຫວຽດນາມໄດ້ກ້າວເຂົ້າສູ່ການສະກັດກັ້ນໂລກລະບາດໄລຍະທີ 2. ການຜັນແປຂອງໂລກລະບາດຢູ່ ຫວຽດນາມ ມີການປ່ຽນແປງຢ່າງໄວວາ. ທີ່ກອງປະຊຸມນີ້ ພວກເຮົາໄດ້ຢັ້ງຢືນກັບທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ກັບເພື່ອນມິດສາກົນວ່າ ຫວຽດນາມມີກຳລັງຄວາມສາມາດ, ແຫຼ່ງກຳລັງ, ເຈດຈຳນົງ, ປະສົບການຢ່າງພຽງພໍເພື່ອຄວບຄຸມໂລກລະບາດ. ຍາມໃດລັດຖະບານກໍ່ຖືບັນຫາສຸຂະພາບຂອງປະຊາຊົນແມ່ນສຳຄັນທີ່ສຸດ, ແມ່ນບຸລິມະສິດທຳອິດໃນການເຄື່ອນໄຫວຂອງຕົນ. ເຖິງຢ່າງໃດກໍ່ຕາມ, ພ້ອມກັບການສະກັດກັ້ນໂລກລະບາດ ພວກເຮົາປະຕິບັດເປົ້າໝາຍຄວບຄູ່, ໃນຄວາມຫຍຸ້ງຍາກນັ້ນ, ທຸກຂັ້ນ, ທຸກຂະແໜງການ ລ້ວນແຕ່ຕ້ອງບື່ນຕົວຂຶ້ນເພື່ອບັນລຸໄດ້ເປົ້າໝາຍພັດທະນາເສດຖະກິດ ສັງຄົມ. ພວກເຮົາມີຄວາມຫຍຸ້ງຍາກທົບ 2 ເທົ່ານັ້ນ ພວກເຮົາຕ້ອງພະຍາຍາມທົບ 3 ເທົ່າ. ນັ້ນແມ່ນທິດນຳການກະທຳຂອງ ພວກເຮົາ.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ ຊີ້ນຳການກະກຽມອຸປະກອນການແພດທີ່ຈຳເປັນເພື່ອຮັບໃຊ້ການປ້ອງກັນ, ສະກັດກັ້ນໂລກລະບາດ, ພິເສດແມ່ນ ຊຸດ Kit ທົດລອງ ແລະ ແຈກຢາຍໃຫ້ທ້ອງຖິ່ນ ເພື່ອກວດພົບຜູ້ທີ່ຕິດໂລກລະບາດ Covid - 19 ໂດຍໄວ,.

ຕອບກັບ

ຂ່າວ/ບົດ​ອື່ນ