ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໃຫ້ການຕ້ອນຮັບ ຫົວໜ້າອົງການກວດກາລັດຖະບານລາວ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໃຫ້ການຕ້ອນຮັບ ຫົວໜ້າອົງການກວດກາລັດຖະບານລາວ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ແລະ ທ່ານ​ບຸນ​ທອງ ຈິ​ດມະນີ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ລາວ
(ພາບ: baodientuchinhphu)

(vovworld)- ຕອນ​ບ່າຍ​ວັນ​ທີ 7/7, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ບຸນ​ທອງ ຈິ​ດມະນີ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ລາວ​ພ້ອມ​ດ້ວຍ​ຄະນະ​ຊຶ່ງ​ພວມ​ຢູ່​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງຄະນະຜູ້ແທນອົງການ​ກວດກາ​ລັດຖະບານ​ຫວຽດນາມ ແລະ ຄະນະຜູ້ແທນອົງການ​ກວດກາ​ລັດຖະບານ ລາວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ຢືນຢັນວ່າ ພັກ ແລະ ລັດ ແລະ ປະຊາຊົນຫວຽດນາມ ມີທັດສະນະສະເໝີຕົ້ນ ສະເໝີປາຍຈະເຮັດຈົນ ສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງສາຍພົວພັນ ຮ່ວມມືພິເສດ ລະຫວ່າງ 2 ປະເທດ, ນຳສາຍພົວພັນຫວຽດນາມ-ລາວນັບມື້ນັບມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ຫວັງວ່າ ອົງການ​ກວດກາ​ລັດຖະບານ​ ຂອງ 2 ປະເທດສືບຕໍ່ເພີ່ມທະວີແລກປ່ຽນຄະນະ ຜູ້ແທນ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ຢືນຢັນ​ວ່າ ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ລາວ​ໃນ​ການ​ກໍ່ສ້າງ​ພະນັກງານຂະ​ແໜງ​ກວດກາ. 


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໃຫ້ການຕ້ອນຮັບ ຫົວໜ້າອົງການກວດກາລັດຖະບານລາວ - ảnh 2
ທ່ານ​  ຮິ່ງຟອງ​ແຈງ ແລະ ທ່ານ ບຸນ​ທອງ ຈິດ​ມະນີ
(ພາບ: Lâm Khánh/TTXVN)

    ກ່ອນໜ້ານັ້ນຄືໃນຕອນ​ເຊົ້າ​ວັນ​ທີ 7/7, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ອົງການ​ກວດກາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ຮິ່ງຟອງ​ແຈງ, ​ເປັນ​ຫົວໜ້າ​ຄະນະ​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​ລັດຖະບານລາວ ​ໂດຍ​ທ່ານ ບຸນ​ທອງ ຈິດ​ມະນີ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ, ປະທານ​ອົງການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ ນຳ​ໜ້າ, ​ເນື່ອງ​​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 6 – 12/7. ທ່ານ ຮິ່ງຟອງ​ແຈງ, ຢືນຢັນ​ວ່າ: ອົງການ​ກວດກາ​ລັດຖະບານ ຫວຽດນາມ ຖື​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຄັ້ງ​ນີ້​ຂອງ​ຄະນະ​ກວດກາ​ລັດຖະບານ ລາວ ​ແມ່ນ​ກາລະ​ໂອກາດ​ທີ່​ລ້ຳ​ຄ່າ​ເພື່ອ​ໃຫ້ 2 ຝ່າຍ​ກ້າວ​ເຂົ້າ​ສູ່​ການ​ປຶກສາ​ຫາລື, ​ແລ​ກປ່ຽນ​ບົດຮຽນ, ປະກອບ​ສ່ວນ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ການ​ຮ່ວມ​ມືຍິ່ງກ່ວາ​ອີກ​ລະຫວ່າງ 2 ອົງການ​​ເວົ້າ​ສະ​ເພາະ ​ແລະ ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ເວົ້າ​ລວມ.

    ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ຄະນະ​ຜູ້​ແທນ​ອົງການ​ກວດກາ​ລັດຖະບານ ລາວ ຈະຊອກ​ຮູ້​ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ກວດກາ, ​ແກ້​ໄຂ​ຄຳ​ຮ້ອງ​ຟ້ອງ, ຮ້ອງທຸກ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່ ດ່າ​ນັ້ງ ​ແລະ ນະຄອນ ​ໂຮ່ຈີ​ມິນ.





ຂ່າວ/ບົດ​ອື່ນ