ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ກູ້​ໄພ​ໃນເຫດ​​ດິນ​ເຊາະ​ເຈື່ອນ​ຢູ່ ກວ໋າງ​ນາມ ໂດຍ​ໄວ

(VOVWORLD) -   ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ສົ່ງໂທລະເລກທາງການ ຮຽກຮ້ອງໃຫ້ຈັດຕັ້ງການກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດດິນເຊາະເຈື່ອນໃນບໍລິເວນແຂວງ ກວ໋າງນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ກູ້​ໄພ​ໃນເຫດ​​ດິນ​ເຊາະ​ເຈື່ອນ​ຢູ່ ກວ໋າງ​ນາມ ໂດຍ​ໄວ - ảnh 1 ການກູ້ໄພກູ້ຊີບຢູ່ ຈ່າແລງ (ພາບ: tuoitre.vn)

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດຕິເຫດຈາກໄພທຳມະຊາດ ແລະ ກູ້ໄພກູ້ຊີບ, ກະຊວງປ້ອງກັນປະເທດ, ການນຳແຂວງກວ໋າງນາມ, ກອງບັນຊາການທະຫານເຂດ 5 ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈົ່ງສຸມກຳລັງຊີ້ນຳບັນດາກຳລັງ ຈັດຕັ້ງການຊອກຫາ, ກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍໂດຍດ່ວນດ້ວຍທຸກວິທີທາງ.

 ກະຊວງຄົມມະນາຄົມຂົນສົ່ງ ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ແລະ ບັນດາກຳລັງກູ້ໄພກູ້ຊີບ ລະດົມທຸກພາຫະນະ ກຳລັງທີ່ຈຳເປັນ ເພື່ອສ້ອມແປງເສັ້ນທາງຖືກດິນເຊາະເຈືອນ ສ້າງເງື່ອນໃຫ້ພາຫະນະເຂົ້າເຂດຊອກຫາກູ້ໄພ.

ຕອບກັບ

ຂ່າວ/ບົດ​ອື່ນ