ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ລາວ ເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ

(VOVWORLD) -ນາຍົກລັດຖະມົນຕີທັງສອງທ່ານໄດ້ເນັ້ນຫນັກວ່າ ໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສອງປະເທດ ໄດ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນງານໃນການຮ່ວມມືໃນບັນດາຂົງເຂດ, ປະກອບສ່ວນພ້ອມກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ  ລາວ ເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານ. ພາບ.VGP/Nhật Bắc

ຕອນເຊົ້າວັນທີ  7 ມັງກອນ, ຢູ່ ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ສປປ ລາວ. ກອງປະຊຸມໄດ້ສຸມໃສ່ແລກປ່ຽນ, ເປັນເອກະພາບບັນດາເນື້ອໃນ ຕີລາຄາໝາກຜົນຜັນຂະຫຍາຍການປະຕິບັດໃນປີຜ່ານມາ, ເປັນຕົ້ນແມ່ນບັນດາບັນຫາຊື່ງສອງຝ່າຍໄດ້ແກ້ໄຂຢ່າງເຖິງຖອງ, ວຽກງານທີ່ຍັງຄົງຄ້າງ ແລະ ທິດທາງແກ້ໄຂກໍ່ຄືບັນດາຫນ້າທີ່, ການກຳນົດທິດໃຫມ່ໃນປີນີ້.

ນາຍົກລັດຖະມົນຕີທັງສອງທ່ານໄດ້ເນັ້ນຫນັກວ່າ ໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສອງປະເທດ ໄດ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນງານໃນການຮ່ວມມືໃນບັນດາຂົງເຂດ, ປະກອບສ່ວນພ້ອມກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ.

ກ່ຽວກັບຈຸດສຸມການຮ່ວມມືໃນປີນີ້, ສອງຝ່າຍເປັນເອກະພາບສືບຕໍ່ປະຕິບັດຂໍ້ຕົກລົງລະຫວ່າງການນຳສອງປະເທດທຸກຂັ້ນໃຫ້ມີປະສິດທິຜົນ; ເພີ່ມທະວີການຊຸກຍູ້, ນຳການພົວພັນດ້ານການເມືອງ, ການທູດເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນສູງ; ສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສ້າງເສັ້ນຊາຍແດນ ຫວຽດນາມ -ລາວ ເປັນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ.

ສອງຝ່າຍເຫັນດີເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຊຸກຍູ້ການຮ່ວມມືການຄ້າ - ການລົງທຶນ ຫວຽດນາມ - ລາວ; ສູ້ຊົນສືບຕໍ່ເພີ່ມວົງເງິນການຄ້າສອງຝ່າຍໃນປີນີ້ແຕ່ 10-15% ເມື່ອທຽບໃສ່ປີ 2023. ພ້ອມກັນນັ້ນ ສຸມໃສ່ຊຸກຍູ້ຜັນຂະຫຍາຍເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມສອງປະເທດ, ຖືເປັນສຳຄັນກະສິກຳ ແລະ ພັດທະນາຊົນນະບົດແມ່ນຫນຶ່ງໃນບັນດາເສົາຄ້ຳຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ສອງຝ່າຍກໍ່ເປັນເອກະພາບຜັນຂະຫຍາຍບັນດາມາດຕະການຍູ້ແຮງເຊື່ອມຕໍ່ການທ່ອງທ່ຽວລະຫວ່າງສອງປະເທດ ແລະ ສາມປະເທດ ຫວຽດນາມ - ລາວ- ກຳປູເຈຍ.

ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ລັດຖະບານ, ບັນດາກະຊວງ, ອົງການກ່ຽວຂ້ອງສອງຝ່າຍ ຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະ ກັນ ຢູ່ທີ່ບັນດາເວທີປາໄສຫລາຍຝ່າຍ ແລະ ພາກພື້ນ. ຫວຽດນາມ ຈະຫນູນຊ່ວຍຕັ້ງຫນ້າ, ມີປະສິດທິຜົນເພື່ອໃຫ້ ສປປລາວ ຮັບດຳລົງຕຳແຫນ່ງປະທານ ອາຊຽນ ສຳເລັດຜົນໃນປີ 2024, AIPA 45 ແລະ ບັນດາກອງປະຊຸມຂັ້ນສູງອື່ນອີກ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາຂອງສອງທ່ານ ໄດ້ໄປຢ້ຽມຢາມວິຫານ ງອກເຊີນ, ໄປທ່ຽວຊົມຫນອງ ໂຮ່ເກືອບ; ພົບປະກັບນັກສືກສາ ຫວຽດນາມ ແລະ ລາວ.

ນີ້ແມ່ນການເຄື່ອນໄຫວສຸດທ້າຍໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ສົມທົບກັບເລື່ອງເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ -ລາວ ຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ. ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ອອກຈາກ ຮ່າໂນ້ຍ ເດີນທາງກັບເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ